ວັນທີ 6 ກຸມພາ 2026 ນີ້ ຜູ້ຮັບສະໝັກເລືອກຕັ້ງ ສະ າຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາປະຊາຊົນແຂວງ ຊຸດທີ v , ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ ຈຸດບ້ານ ເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ, ໂດຍການນໍາພາຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ສະ ໝັກເລືອກຕັ້ງນໍ້າເບີ 1 ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຜູ້ຮັບສະໜັກ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງຊຸດທີ v ປະຈຳເຂດ ເລືອກຕັ້ງເມືອງຫົງສາເຂົ້າຮ່ວມ. ໂດຍການຕ້ອນຮັບຂອງທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງ ພ້ອມດ້ວຍການນໍາຂອງເມືອງ, ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ເມືອງຫານ, ບ້ານໂພນຈັນ, ບ້ານວຽງແກ້ວ ແລະ ບ້ານຈຳປາ ເຂົ້າຮ່ວມ 530 ຄົນ .

ການລົງເຄື່ອນໄຫວ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້ ຜູ້ສະໝັກ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນແຂວງ ໄດ້ຜັດປ່ຽນກັນ ສະເໜີຊື່ ແລະ ປະ ຫວັດການເຄື່ອນໄຫວຂອງຕົນເອງ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ. ການສະເໜີຊື່ ແລະ ປະຫັວດການເຄື່ອນໄຫວ ຂອງຜູ້ສະໝັກເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃຫ້ຜູ້ມີສິດເລືອກຕັ້ງ, ຊາວເມືອງຫົງສາໄດ້ຮັບຮູ້ຢ່າງທົ່ວເຖິງ. ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ຜູ່ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈ ເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປຢູ່ໃນສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຢ່າງສົມບູນ.
ສຳລັບຜູ້ຮັບສະໜັກເລືອກຕັ້ງສະມາຊິກສະພາປະຊາ ຊົນແຂວງ ຊຸດທີ v ປະຈຳເມືອງຫົງສາ ມີຜູ້ຮັບສະໜັກ 7 ທ່ານ ຍິງ 3 ທ່ານ ແລະ ໄດ້ແບ່ງຈຸດຫາສຽງຢູ່ 4 ຈຸດ ຄື: ຈຸດເທດສະບານເມືອງ ( ສະໂມສອນຂອງເມືອງ ), ຈຸດບ້ານ ເມືອງຫານ, ບ້ານ ໂພນໄຊ ແລະຈຸດບ້ານ ນາປຸ່ງ.
ຂ່າວ: ຂັນແກ້ວ


