ພິທີໂຄສະນາຫາສຽງແກ່ຜູ້ສະໝັກເລືອກຕັ້ງໃຫ້ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງຂັ້ນ ນວ ພ້ມອມດ້ວຍບັນດາທ່ານຜູ້ສະໝັກ ເລືອກຕັ້ງເປັນ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຈາກກະຊວງ ການອົງການ ພະແນກການອ້ອມຂ້າງ ນວ ເຂົ້າຮ່ວມ.

ການຈັດຕັ້ງການໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນໃນວຽກງານເລືອກຕັ້ງ ເປັນການຈັດຕັ້ງປະຕິບັດມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງສະບັບປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ມີປະສິດທິພາບ ແລະ ເຂັ້ມງວດຕາມກົດໝາຍ ການຈັດຕັ້ງການລົງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ການເລືອກຕັ້ງ ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ ການແນະນຳໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໃດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອິງໃນການຄົ້ນຄວ້າ ຄິດຫງ່ຳສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ເພື່ອເປັນຕົວແທນຂອງຕົນປະຕິບັດສິດອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ພ້ອມເປັນການສ້າງໂອກາດອຳນວຍໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງໃດ້ພົບປະ ແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ເປັນຕົວແທນຂອງຕົນຢູ່ສະພາແຫ່ງຊາດ.

ສຳລັບຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈຳເຂດເລືອກ ນວ ມີທັງໜົດ 25 ທ່ານ ຍິງ 7 ທ່ານ ໂອກາດນນີ້ບັນດາຜູ້ລົງສະໝັກເລືອກຕັ້ງຄັ້ງນີ້ກໍໄດ້ພັດປ່ຽນກັນສະເໜີໂຕ ພ້ອມທັງສະເໜີປະຫວັດຂອງຕົນຕໍ່ຜູ້ມີສິດປ່ອນເລືອກຕັ້ງອີກດ້ວຍ.
ວຽງຈັນໃໝ່


