ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

Feb 6, 2026

ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ່ຽມຄຳນັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນໂອກາດທີ່ສະຫາຍ ໂຕ ເລິມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 5-6 ກຸມພາ 2026.
May be an image of text
ການພົບປະຄັ້ງນີ້ ສະຫາຍ ປະທານ ສນຊ ໄດ້ສະແດງຄວາມຂອບໃຈ ທີ່ສະຫາຍ ໂຕ ເລິມ ໄດ້ອະນຸຍາດໃຫ້ຄະນະຜູ້ແທນແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມພວກຂ້າພະເຈົ້າ ໄດ້ເຂົ້າຢ້ຽມຄຳນັບ ພ້ອມທັງສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການຢ້ຽມຢາມທາງການ ຢູ່ ສປປ ລາວ ຊົມເຊີຍຜົນການພົບປະສອງຝ່າຍຂອງສອງເລຂາທິການໃຫຍ່ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ໂດຍມີສະຫາຍ ໂຕ ເລິມ ເປັນແກນກາງນັ້ນ ປະເທດຊາດຫວຽດນາມ ກໍ່ຄືປະຊາຊົນຫວຽດນາມອ້າຍນ້ອງ ຈະກ້າວສູ່ຄວາມຮັ່ງມີ ເຂັ້ມແຂງ ຜາສຸກ ແລະ ສີວິໄລ ຈາກນັ້ນ ສະຫາຍປະທານ ສນຊ ກໍ່ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບວຽກງານແນວລາວສ້າງຊາດແຕ່ລະໄລຍະ ແລະ ການຮ່ວມມືສອງອົງການລະຫວ່າງສູນກາງແນວລາວສ້າງຊາດ ກັບແນວໂຮມປະເທດຊາດຫວຽດນາມໄລຍະຜ່ານມາ ສະຫາຍ ໂຕ ເລິມ ກໍ່ໄດ້ມີຄໍາເຫັນ ເຊິ່ງກ່ອນອື່ນ ໄດ້ສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານລາວ ທີ່ໄດ້ເຊື້ອເຊີນຂ້າພະເຈົ້າພ້ອມດ້ວຍຄະນະມາເຄື່ອນໄຫວຢ້ຽມຢາມ ສປປລາວ ຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດໃນການເຄື່ອນໄຫວວຽກງານຕ່າງປະເທດພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມສໍາເລັດ ສະຫາຍໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ຫວຽດນາມ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ໄດ້ ທັດສະນະໃນການສະໜັບສະໜູນການພົວພັນຮ່ວມມືຂອງສອງແນວໂຮມ ຫວຽດນາມ-ລາວ ລາວ-ຫວຽດນາມ ສືບຕໍ່ໄປສູ່ລວງເລິກ.
May be an image of text
ໂອກາດນີ້ ສະຫາຍ ປະທານ ສນຊ ຍັງໄດ້ອວຍພອນບຸນປີໃໝ່ຂອງຊາວຫວຽດນາມ ທີ່ໄກ້ຈະມາຮອດໃນບໍ່ດົນນີ້ ໃຫ້ສະຫາຍ ໂຕ ເລິມ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ ພ້ອມທັງຢືນຢັນການສະໜັບສະໜູນການພົວພັນຮ່ວມມືສອງພັກສອງລັດ ແລະ ປະຊາຊົນສອງຊາດເວົ້າລວມ ເວົ້າສະເພາະສອງແນວໂຮມ ໃຫ້ແຕກດອກອອກຜົນງົດງາມຍິ່ງໆຂຶ້ນ.
ທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດຜ່ານມາ ເຊິ່ງເປັນການເສີມຂະຫຍາຍມູນເຊື້ອອັນດີງາມໄລຍະຜ່ານມາ ແລະ ເພີ່ມທະວີຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ,ພາບ: ສນຊ