ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA)

Feb 6, 2026

ໃນຕອນເຊົ້າວັນທີ 6 ກຸມພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈາງ ວອນ ຊໍາ (CHANG Won Sam), ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມື ຄູ່ຮ່ວມຍຸດທະສາດຮອບດ້ານ.
May be an image of one or more people and text
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ ທີ່ໄດ້ນຳພາຄະນະມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ສ.ເກົາຫຼີ ໃນໄລຍະຜ່ານມາ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີການແລກປ່ຽນການຢ້ຽມຢາມຂອງຜູ້ແທນຂັ້ນຕ່າງໆ ເຮັດໃຫ້ການພົວພັນອັນແໜ້ນແຟ້ນ ຂອງສອງປະເທດ ນັບມື້ແໜ້ນແຟ້ນຂືຶ້ນ. ຄຽງຄູ່ກັນນັ້ນ ກໍ່ເຫັນວ່າ ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ການສະໜັບສະໜູນບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ບັນຫາຄວາມປອດໄພ ລະຫວ່າງປະເທດ; ການແກ້ໄຂບັນຫາຢາເສບຕິດຂ້າມແດນ; ການຊ່ວຍເຫຼືອ ສປປ ລາວ ໂດຍຜ່ານອົງການຕ່າງໆ ເປັນທຶນກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ການສົ່ງອາສາສະໝັກ, ການຊ່ວຍເຫຼືອລ້າທາງດ້ານວິຊາການ, ລວມທັງ ການຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວ ແລະ ການລົງທຶນ ໃນ ສປປ ລາວ. ສຳລັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍຂົງເຂດ ເປັນຕົ້ນ ການພັດທະນາຊົນນະບົດ, ສາທາລະນະສຸກ, ສຶກສາທິການ, ການຂົນສົ່ງ, ການປ່ຽນແປງດິນຟ້າອາກາດ, ດີຈິຕອນ ແລະ ອື່ນໆ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບແຜນນະໂຍບາຍ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ໃນຕໍ່ໜ້າ ຫວັງຢ່າງຍິ່ງວ່າລັດຖະບານ ກໍ່ຄືປະຊາຊົນ ສ.ເກົາຫຼີ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດຕ່າງໆ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ.
May be an image of the Oval Office
ໃນໂອກາດດຽວກັນ, ທ່ານ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (CHANG Won Sam) ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ການອຳນວຍຄວາມສະດວກດ້ານຕ່າງໆ ຂອງພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຕະຫຼອດໄລຍະການເຄື່ອນໄຫວວຽກງານໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມທາງລັດຖະກິດ ທີ່ ສ ເກົາຫຼີ ຂອງທ່ານ ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນທັນວາ 2025 ທີ່ຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນເປັນກ້າວໆ; ພ້ອມທັງ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການ ກໍ່ຄືຂົງເຂດວຽກງານສຸມບູລິມະສິດ ໃຫ້ແທດເໝາະ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ, ປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຍົກລະດັບເປັນປະເທດ ທີ່ມີລາຍຮັບປານກາງ ໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ.