ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງວຽງໄຊ ລົງໂຄສະນະຫາສຽງ ຢູ່ຈຸດເທດສະບານເມືອງວຽງໄຊ.

Feb 10, 2026

​ຕອນບ່າຍວັນທີ່ 6 ກຸມພາ 2026 ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງວຽງໄຊ ແຂວງຫົວພັນ ໄດ້ລົງໂຄສະນະຫາສຽງຢູ່ຈຸດເທດສະບານເມືອງວຽງໄຊ ນໍາໂດຍ ທ່ານ ພຸດພັນ ແກ້ວວົງໄຊ ກໍາມະການສູນກາງພັກ ເລຂາພັກແຂວງຫົວພັນ, ໂດຍໄດ້ຮັບການຕ້ອນຮັບຈາກການນໍາເມືອງວຽງໄຊ, ພະນັກງານລັດຖະກອນ ນາຍ ແລະ ພົນທະຫານ, ນາຍ ແລະພົນຕໍາຫຼວດ ຕະຫຼອດຮອດນັກຮຽນ ດ້ວຍຄວາມອົບອຸ່ນ.
May be an image of dais and text May be an image of one or more people and people studying
ພິທີໂຄສະນາຫາສຽງ ຈັດຂື້ນຢູ່ທີ່ ສະໂມສອນຂອງເມືອງວຽງໄຊ 8 ມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 10 ທ່ານ, ຍິງ 04 ທ່ານ, ເລືອກເອົາ 07 ທ່ານ ,ຜູ້ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 70 ທ່ານ, ຍິງ 19 ທ່ານ ເລືອກເອົາ 50 ທ່ານ,ຈາກນັ້ນ ບັນດາຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງວຽງໄຊ ໄດ້ພັດປ່ຽນກັນ ສະເໜີຕົວແນະນໍາຕົນເອງໃຫ້ຜູ້ທີ່ມີສິດປ່ອນບັນເລືອກຕັ້ງຮັບຮູ້, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນການ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ, ໃນໂອກາດນີ້ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 10 ໄດ້ເນັ້ກໜັກໃຫ້ຜູ້ທີ່ມີອາຍຸຄົບ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງພ້ອມພຽງຮຽງໜ້າ,ການເລືອກຕັ້ງໃນຄັ້ງນີ້ຈະກາຍເປັນປາງບຸນໃຫຍ່ທີ່ສໍາຄັນຂອງຊາດ ເພາະທຸກຄະແນນສຽງຂອງປະຊາຊົນບັນດາເຜົ່າ ຜູ້ມີສິດເລືອກຕັ້ງ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການເລືອກຕັ້ງໃນຄັ້ງນີ້. ສະນັ້ນ, ຈົ່ງໃຊ້ສິດຂອງຕົນໄປປ່ອນບັດເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ, ມີຄວາມຮູ້, ຄວາມສາມາດ, ຄົບມາດຕະຖານເງື່ອນໄຂ, ເພື່ອເຂົ້າເປັນຕົວແທນຂອງຕົນເຂົ້ານັ່ງໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາຄໍາຄິດເຫັນ, ຂໍ້ຂ້ອງໃຈຂອງປະຊາຊົນບັນດາເຜົ່າ ເຂົ້າໄປພິຈາລະນາແກ້ໄຂໃຫ້ມີຄວາມສອດຄ່ອງ ແລະ ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ລົງຄະແນນສຽງເລືອກຕັ້ງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງຮ້ອຍສ່ວນຮ້ອຍ, ຮັບປະກັນບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນກໍານົດເວລາຮ້ອຍສ່ວນຮ້ອຍ, ຮ່ວມແຮງຮ່ວມໃຈ ພ້ອມກັນໄປປ່ອນບັດຢູ່ໜ່ວຍປ່ອນບັດເລືອກຕັ້ງ ຫຼື ໜ່ວຍເລືອກຕັ້ງໃກ້ບ້ານທ່ານ ໃນວັນທີ 22 ກຸມພາ 2026 ນີ້.