ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ, ພັກປະຊາຊົນກຳປູເຈຍ ໃນໄລຍະແຫ່ງການພັດທະນາໃໝ່”

Feb 10, 2026

ໃນວັນທີ 6 ກຸມພາ 2026, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ທອງລຸນ ສີສຸລິດ; ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໂຕເລີມ; ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງຣາຊະອານາຈັກ ກຳປູເຈຍ ສົມເດັດ ເຕໂຈ ຮຸນແຊນ ໄດ້ພົບປະສຸດຍອດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ, ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພົວພັນຮ່ວມມືລະຫວ່າງ ສາມພັກ, ສາມປະເທດ ແນ່ໃສ່ເພີ່ມທະວີຄວາມສາມັກຄີອັນແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ໃນໄລຍະແຫ່ງການພັດທະນາໃໝ່.
May be an image of dais May be an image of lighting, dais and text
ການພົບປະດັ່ງກ່າວນີ້, ເປັນການສືບຕໍ່ກົນໄກທີ່ ສາມພັກໄດ້ຕົກລົງເອກະພາບກັນ ເຊິ່ງຄັ້ງນີ້ແມ່ນເປັນການພົບປະ ຄັ້ງທີ 4. ໃນການພົບປະ, ຜູ້ນໍາສູງສຸດສາມພັກ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ສະພາບການຂອງ ແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນຂອງການຮ່ວມມື ລະຫວ່າງ 3 ພັກ, 3 ປະເທດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມື ໃນຕໍ່ໜ້າ.
ຜູ້ນໍາສູງສຸດສາມຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານ ທີ່ ສາມພັກ, ສາມປະເທດ ສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອ ທີ່ ສາມຝ່າຍ ໄດ້ມີໃຫ້ແກ່ກັນ ໃນເມື່ອກ່ອນຈົນເຖິງປະຈຸບັນ; ຢືນຢັນວ່າ ການພົວພັນ ລາວ-ຫວຽດນາມ-ກຳປູເຈຍ ມີຄວາມໝາຍຍຸດທະສາດສໍາຄັນ ຕໍ່ກັບການພັດທະນາຂອງແຕ່ລະປະເທດ; ຢືນຢັນຄືນເຖິງມູນເຊື້ອປະຫວັດສາດ ຄວາມສາມັກຄີ, ມິດຕະພາບ, ຄວາມສະໜິດສະໜົມ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ສາມພັກ ແລະ ປະຊາຊົນສາມປະເທດ ທີ່ເປັນມໍລະດົກອັນລໍ້າຄ່າ ສໍາລັບທັງສາມຊາດ, ມີຄວາມໝາຍຍຸດທະສາດຍາວນານ ຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາຢູ່ແຕ່ລະປະເທດ ແລະ ຕ້ອງໄດ້ສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ.
May be an image of text May be an image of dais and text
ຜູ້ນໍາສູງສຸດສາມຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ທີ່ນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງ, ເລິກເຊິ່ງ, ແທດຕົວຈິງໃນບັນດາຂົງເຂດຂະ ແໜງການ, ໃນນັ້ນ ການພົວພັນດ້ານການເມືອງ ສືບຕໍ່ເປັນພື້ນຖານ, ເປັນເສົາຄໍ້າ ແລະ ເປັນທິດລວມແກ່ການພົວພັນສາມພັກ, ສາມປະເທດ ໃນຂົງເຂດ ແລະ ຂະແໜງການອື່ນໆ; ການພົວພັນທາງດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີປະສິດ,ການຮ່ວມມືໃນຂົງເຂດເສດຖະກິດອາຊຽນ.
May be an image of the Oval Office, dais and text May be an image of dais and text