ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ວັນທີ 3 ກຸມພາ 2026, ທີ່ ນະຄອນດູໄບ, ປະເທດ ສະຫະນະຄອນ ເອເມຣັດ ອາຣັບ

Feb 10, 2026

ໃນໂອກາດ ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2026 ທີ່ ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ. ໃນຕອນບ່າຍ, ຂອງວັນທີ 3 ກຸມພາ 2026, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາຂອງ ສະຫະນະຄອນ ເອເມຣັດ ອາຣັບ ຈໍານວນ 2 ສະບັບ ຄື:​ 1).​ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈິຕອນ ແລະ ປັນຍາປະດິດອາຊຽນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດກອງທຶນ Menas Capital LLC. ສະບັບທີ 2). ບົດບັນທຶກຄວາມເຂົ້າໃຈ ທາງດ້ານຍຸດທະສາດ ວ່າດ້ວຍຄວາມປອດໄພທາງໄຊເບີ ແລະ ລະບົບນິເວດການເງິນດີຈິຕອນ ລະຫວ່າງ ກະຊວງການເງິນ ແລະ ກຸ່ມບໍລິສັດ Kaspersky ຕາເວັນອອກກາງ. ການເຊັນສັນຍາ ຮ່ວມມືສອງສະບັບດັ່ງກ່າວນີ້ ແມ່ນການວາງຮາກຖານອັນໜັກແໜ້ນ ເພື່ອເຮັດໃຫ້ ສປປ ລາວ ກ້າວໄປພ້ອມກັບກະແສການປ່ຽນແປງຂອງໂລກ ແລະ ຈະເປັນກຸນແຈສໍາຄັນໃນການ ສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການເຮັດທຸລະກໍາ ແລະ ການບໍລິຫານລັດທີ່ທັນສະໄໝ. ພ້ອມທັງຈະຊ່ວຍໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ທາງດ້ານເຕັກນິກ ແລະ ສ້າງມາດຕະຖານຄວາມປອດໄພລະດັບສາກົນ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ຜູ້ປະກອບການຢ່າງທົ່ວເຖິງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມຄັ້ງນີ້ ໂດຍ ພະນະທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
May be an image of ‎dais and ‎text that says '‎بالس ناشونال نارز National Pulse பயரப்டிம்ப் ሐለር มะขุองภามเจิบ Ministry MinistryofFinance of Finance Strateg StrategaCoop Coop at Mini Mem Memorandum of Understanding for ceser er S rity igit igitFina Fina be kaspersky AiF ARAPY kasperskyAi SAFTIANDNANETTORNARI NNGVATED FORWAND al sy m‎'‎‎ May be an image of one or more people, dais and text
ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນຂິດໝາຍສໍາຄັນ ເພື່ອຮັດແໜ້ນ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ພ້ອມທັງເປັນການປະກອບສ່ວນເຂົ້າ ໃນການສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງ ການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ນໍາອີກດ້ວຍ.