ວັນທີ 7 ກຸມພາ 2026 ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ເຂດເລືອກຕັ້ງທີ່ 8 ແຂວງຫົວພັນ ລົງໂຄສະນະຫາສຽງຢູ່ ເຂດປານ ແລະ ເຂດສອນເພັດ ເມືອງວຽງໄຊ ນໍາໂດຍ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງຫົວພັນຜູ້ຮັບສະໝັກເລືອກຕັ້ງ ນໍ້າເບີ 1 ພ້ອມດ້ວຍຜູ້ສະໝັກນໍ້າເບີ 4 ທ່ານ ໄຈເພັດ ເຮືອງຖາວອນ, ນໍ້າເບີ 8 ທ່ານ ນາງ ສັນຄະນິງ ດາຣາວົງ, ນໍ້າເບີ 9 ທ່ານ ພັນເອກ ອໍາພອນ ພັນມະຈັນ ໂດຍໄດ້ຮັບການຕ້ອນຮັບ ຈາກປະຊາຊົນທີ່ມີອາຍຸ 18 ປີຂຶ້ນໄປຢູ່ສະໂມສອນຂອງສອງເຂດດດ້ວຍບັນຍາກາດຄືກຄື້ນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເປັນປາງບຸນໃຫ່ຍທີ່ສໍາຄັນຂອງຊາດ, ແມ່ນການ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກ ແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ແຂວງຫົວພັນເປັນເຂດເລືອກຕັ້ງທີ່ 8 ມີ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 10 ທ່ານ, ຍິງ 04 ທ່ານ, ເລືອກເອົາ 07 ທ່ານ. ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ໄດ້ຜັດປ່ຽນກັນ ສະເໜີຕົວ ແນະນໍາການເຄື່ອນໄຫວວຽກງານຂອງຕົນເອງໃນໄລຍະຜ່ານມາໃຫ້ຜູ້ທີ່ມີສິດປ່ອນບັດເລືອກຕັ້ງໃນຄັ້ງນີ້ໄດ້ຮັບຮູ້, ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 10 ໄດ້ເນັ້ກໜັກໃຫ້ຜູ້ທີ່ມີອາຍຸຄົບ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງພ້ອມພຽງ ເພາະທຸກໆຄະແນນສຽງຂອງປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງ ແມ່ນມີຄວາມ ໝາຍຄວາມສໍາຄັນຕໍ່ການເລືອກຕັ້ງໃນຄັ້ງນີ້ ສະນັ້ນຈົ່ງໄປໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ, ມີຄວາມຮູ້, ຄວາມສາມາດ, ຄົບມາດຕະຖານເງື່ອນໄຂກວ່າໝູ່ ເປັນຕົວແທນຂອງຕົນເຂົ້ານັ່ງໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາຄໍາຄິດເຫັນ, ຂໍ້ຂ້ອງໃຈຂອງປະຊາຊົນບັນດາເຜົ່າ ເຂົ້າພິຈາລະນາແກ້ໄຂໃນສະພາໃຫ້ມີຄວາມສອດຄ່ອງ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າ, ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຂີດໝາຍບັດລົງຄະແນນສຽງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງໃຫ້ຮັບປະກັນສີ່ຮ້ອຍສ່ວນຮ້ອຍ, ໃນວັນເລືອກຕັ້ງທີ 22 ກຸມພາ 2026.



