ວັນທີ 9 ກຸມພາ 2026 ນີ້ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ເຄື່ອນໄຫວພົບປະ ແລະແນະນໍາຕົວ ກັບປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ສອງຈຸດພາຍໃນເມືອງພູຄູນ ຄື: ຕອນເຊົ້າຢູ່ສະໂມສອນ ບ້ານຜາເກັງນ້ອຍ ແລະຕອນບ່າຍຢູ່ສະໂມສອນໃຫຍ່ຂອງເມືອງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອົງຊົ່ງ ໄຊຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງພູຄູນພ້ອມດ້ວຍຄະນະ, ພະນັກງານ-ລັດຖະກອນພາຍໃນເມືອງ ແລະປະຊາຊົນບັນດາເຜົ່າ ຢູ່ບ້ານອ້ອມຂ້າງຢ່າງອົບອຸ່ນ. ການເຄື່ອນໄຫວໃນຄັ້ງນີ້ ມີຜູ້ສະໝັກທັງໝົດ 7 ທ່ານ, ຍິງ 2 ທ່ານ ຈາກຈຳນວນຜູ້ສະໝັກທັງໝົດ 14 ທ່ານ, ຍິງ 5 ທ່ານ, ເຊິ່ງໄດ້ແບ່ງອອກເປັນ 2 ຄະນະຄື: ຄະນະໜຶ່ງລົງ 5 ເມືອງໃຕ້ ແລະອີກຄະນະໜຶ່ງລົງ 5 ເມືອງເໜືອ. ສໍາລັບການເຄື່ອນໄຫວ 5 ເມືອງໃຕ້ ປະກອບມີ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ ຜູ້ສະໝັກນໍ້າເບີ 1, ທ່ານ ສົມພອນ ສີອຸດົມພັນ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ສະໝັກນໍ້າເບີ 4, ທ່ານ ນາງ ພັນຈີນດາ ເລັງສະຫວັດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ຜູ້ສະໝັກນໍ້າເບີ 5, ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຜູ້ສະໝັກນໍ້າເບີ 6, ທ່ານ ສົມມາລີ ຄໍາເກັ່ງ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ຜູ້ສະໝັກນໍ້າເບີ 7, ທ່ານ ນາງ ບົວສອນ ໄຊຍະໄຊ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ຜູ້ສະໝັກນໍ້າເບີ 8 ແລະທ່ານ ແສງເພັດ ແກ້ວພົມມາ ຫົວໜ້າພະແນກຍຸຕິທຳແຂວງ ຜູ້ສະໝັກນໍ້າເບີ 12. ເຊີ່ງຜູ້ຮັບສະໝັກເລືອກຕັ້ງທັງໝົດ ໄດ້ພັດປ່ຽນກັນສະເໜີຕົວ ເລົ່າປະຫວັດການເຄື່ອນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ລວມທັງເປົ້າໝາຍຂອງຕົນເອງ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອຄົ້ນຄວ້າ, ພິຈາລະນາ ຕັດສິນໃຈເລືອກເອົາຜູ້ແທນ ທີ່ເຫັນວ່າມີມາດຖານຄົນຖ້ວນ ເຂົ້າໄປເຮັດວຽກແທນຕົນເອງຢູ່ໃນສະພາ. ເມືອງພູຄູນ ມີ 42 ບ້ານ, ພົນລະເມືອງທັງໝົດ 27,387 ຄົນ, ຍິງ 13,025 ຄົນ, ໃນນັ້ນ ມີຜູ້ມີສິດປ່ອນບົດເລືອກຕັ້ງທັງໝົດ 15,334 ຄົນ, ຍີງ 7,587 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງທັງໝົດ 50 ໜ່ວຍ. ພາຍຫຼັງຜູ້ຮັບສະໝັກເລືອດຕັ້ງໄດ້ແນະນຳຕົວເອງ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານປະຫວັດຂອງຜູ້ສະໝັກທ່ານອື່ນ ທີ່ບໍ່ໄດ້ຮ່ວມຂະບວນການໃນຄັ້ງນີ້ ໃຫ້ປະຊາຊົນ ແລະພະນັກງານ-ລັດຖະກອນພາຍໃນເມືອງພູຄູນຮັບຮູ້ ຕື່ມອີກ, ພາຍຫຼັງສຳເລັດເມືອງພູຄູນ ຄະນະຜູ້ສະໝັກຈະໄດ້ສືບຕໍ່ເຄື່ອນໄຫວ ໂຄສະນາຫາສຽງຢູ່ເມືອງນານ, ເມືອງຊຽງເງິນ, ເມືອງໂພນໄຊ ແລະເມືອງປາກແຊງຕາມລຳດັບ.


ພາບ-ຂ່າວໂດຍ: ດາວອນ ມະນີວັນ


