ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ຂອງບໍລິສັດພູເບ້ຍມາຍນິ້ງ

Feb 10, 2026

ສື່ມວນຊົນລາວຢ້ຽມຢາມໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ຂອງບໍລິສັດພູເບ້ຍມາຍນິ້ງ ຢູ່ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງແຂວງໄຊສົມບູນ ລະຫວ່າງວັນທີ 9 ຫາ 11 ກຸມພາ 2026 . ນຳພາໂດຍທ່ານ ວັນຕຸລາ ຣັກນຸດ ຫົວໜ້າເລຂາປະຈຳຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ມີຄະນະບໍລິຫານບໍລິສັດພູເບ້ຍມາຍນິງ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
May be an image of one or more people May be an image of text
ການລົງເຄື່ອນໄຫວຂອງສື່ມວນຊົນຄັ້ງນີ້, ເພື່ອເກັບກຳຂໍ້ມູນຂ່າວສານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເປັນຕົ້ນ: ຜົນການດຳເນີນງານດ້ານເສດຖະກິດ, ດ້ານສຸຂະພາບ ແລະຄວາມປອດໄພ, ສິ່ງແວດລ້ອມ, ດ້ານສັງຄົມ ແລະວຽກງານອື່ນໆ.
ທ່ານ ວາຢາງ ຫົວໜ້າຄຸມງານຫ້ອງຄວບຄຸມລະບົບການຜະລິດ ຄຳ-ເງິນໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຫ້ອງຄວບຄຸມລະບົບການຜະລິດຄຳ-ເງິນເປັນພະແນກໜຶ່ງທີ່ມີຄວາມສຳຄັນຫຼາຍຕໍ່ການຄວບຄຸມການຜະລິດ ພາຍໃຕ້ລະບົບຄວບຄຸມຜ່ານລະບົບຄອມພິວເຕີ ໂດຍສະເພາະລະບົບການຂົນສົ່ງ ແລະ ລະບົບການຜະລິດໄລຍະຜ່ານມາຈົນເຖິງປັດຈຸບັນແມ່ນຮັບປະກັນຄຸນນະພາບແລະຄວາມປອດໄພ.
May be an image of text May be an image of text
ບັນດາສື່ມວນຊົນຍັງໄດ້ສືບຕໍ່ຢ້ຽມຊົມຫ້ອງສ້ອມແປງເຕັກນິກ, ໂຮງບຳບັດນ້ຳເປື້ອນ, ສາງເກັບມ້ຽນສານກຳມັນຕະພາບລັງສີທີ່ເປັນສ່ວນປະສົມໃນການຜະລິດຄຳ-ເງິນ. ສະລັບໂຮງງານຂຸດຄົ້ນປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ເລີ່ມຜະລິດໃນປີ 2012, ນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງເປັນວິທີການຂຸດຄົ້ນທີ່ນໍາໃຊ້ຢ່າງກວ້າງຂວາງໃນວົງການອຸດສາຫະກໍາບໍ່ແຮ່ ຊຶ່ງປ້ອນແຮ່ເຂົ້າໂຮງງານຜະລິດ ແລະ ປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດອາຍກາກບອນ ແລະ ໃຊ້ຕານ່າງແຍກແຮ່ແບບແຮງໂນ້ມທ່ວງ.ຈາກນັ້ນໄດ້ສືບຕໍ່ຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄຳ ພູຄຳ ຢູ່ເມືອງອານຸວົງ ແຂວງໄຊສົມບູນຕື່ມອີກ.