ໃນວັນທີ 9 ກຸມພາ 2026, ທີ່ ສະໂມສອນເມືອງຫລາ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 4 ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວເມືອງຫລາ ເພື່ອຮັບຟັງການນຳສະເໜີຕົວ ແລະ ແຜນການເຄື່ອນໄຫວຂອງຜູ້ສະໝັກ ນຳໂດຍ ທ່ານ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ພ້ອມດ້ວຍຄະນະຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສຂ, ມີຄະນະພັກ, ຄະນະນຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ, ຄະນະຜູ້ສະໝັກ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີ ປະຫວັດການເຄື່ອນໄຫວ, ຜົນງານດີເດັ່ນໃນໄລຍະຜ່ານມາ ແລະ ວິໄສທັດໃນການປະຕິບັດໜ້າທີ່ ຫາກໄດ້ຮັບການເລືອກຕັ້ງໃຫ້ເປັນຕົວແທນຂອງປະຊາຊົນໃນສະພາ. ທ່ານ ນາງ ວິລະວອນ ກໍໄດ້ມີຄຳເຫັນເນັ້ນໜັກໃຫ້ ພະນັກງານຫຼັກແຫຼ່ງທົ່ວເມືອງຫລາ ຈົ່ງຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນ, ເປັນເຈົ້າການໃນການຄົ້ນຄວ້າ ແລະ ກຳແໜ້ນມາດຖານເງື່ອນໄຂຂອງຜູ້ສະໝັກ ເພື່ອໄປໃຊ້ສິດປ່ອນບັດເລືອກເອົາຕົວແທນທີ່ມີຄວາມຮູ້, ຄວາມສາມາດ ແລະ ຖືປະໂຫຍດຂອງຊາດເປັນກົກ. ພ້ອມກັນນັ້ນ, ກໍໃຫ້ເປັນກຳລັງແຮງສຳຄັນໃນການປຸກລະດົມໃຫ້ປະຊາຊົນພາຍໃນຄວາມຮັບຜິດຊອບຂອງຕົນ ຕື່ນຕົວໄປໃຊ້ສິດເລືອກຕັ້ງຢ່າງພ້ອມພຽງ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ພາບ -ຂ່າວ: ສະຖານີວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ


