ລະຫວ່າງວັນທີ 7-8 ກຸມພາ 2026 ນີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຫົງສາ ແຂວງໄຊຍະບູລີ, ຈຳນວນ 5 ທ່ານ, ຍິງ 3 ທ່ານ, ໄດ້ລົງເຄື່ອນໄຫວ ໂຄສະນາຫາສຽງ ຢູ່ 2 ຈຸດພາຍໃນເມືອງຄື:ຈຸດບ້ານຫ້ວຍຈ້ວງ ແລະ ຈຸດບ້ານຄົກແອກ, ນໍາໂດຍທ່ານ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາພັກເມືອງຫົງສາ ຜູ້ສະໝັກໝາຍເລກ 1 ພ້ອມດ້ວຍຜູ້ສະໝັກເລືອກຕັ້ງປະຈຳເມືອງຫົງສາ, ມີພະນັກງານຊີ້ນຳບ້ານ, ອົງການປົກຄອງບ້ານ, ຂະແໜງການຂອງບ້ານ ແລະ ຕະຫຼອດຮອດປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ 4 ບ້ານຄື: ບ້ານຫ້ວຍຈ້ວງ, ພູແລ້ງກາງ, ພູດອກໄມ້ ແລະ ບ້ານຄົກແອກ ເຂົ້າຮ່ວມຢ່າງພ້ອມພຽງ.

ການລົງພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່ 2 ຈຸດດັ່ງກ່າວຄັ້ງນີ້, ບັນດາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ໄດ້ຜັດປ່ຽນກັນ ສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ຂອງຕົນເອງ ເພື່ອໃຫ້ຄະນະພັກ-ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຜູ້ທີ່ເຂົ້າຮ່ວມໄດ້ຮັບຊາບ.

ທັງນີ້, ກໍ່ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ນຳໄປພິຈາລະນາໃນການໃຊ້ສິດຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເໝາະສົມກວ່າໝູ່, ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ພ້ອມນີ້, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງໄດ້ຮຽກຮ້ອງ ແລະ ເຊີນຊວນໃຫ້ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດປະຊາທິປະໄຕຂອງຕົນ ໃນວັນເລືອກຕັ້ງວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.


