ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຫົງສາ ສືບຕໍ່ລົງໂຄສະນາຫາສຽງ ຢູ່ບ້ານນ້ຳຍາງ

Feb 10, 2026

 

 

ວັນທີ 9 ກຸມພາ 2026 ນີ້, ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຫົງສາ ແຂວງໄຊຍະບູລີ ຈຳນວນ 7 ທ່ານ, ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່ບ້ານນ້ຳຍາງ, ນໍາພາໂດຍທ່ານ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາພັກເມືອງຫົງສາ ຜູ້ສະໝັກຮັບເລືອກຕັ້ງໝາຍເລກ 1 ພ້ອມດ້ວຍຜູ້ສະໝັກເລືອກຕັ້ງປະຈຳເມືອງຫົງສາ, ມີອະນຸກຳມະການເລືອກຕັ້ງ, ອົງການປົກຄອງບ້ານ ພ້ອມດ້ວຍຂະແໜງການຂອງບ້ານ ແລະ ຕະຫຼອດຮອດປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງບ້ານນ້ຳຂາມ ແລະ ບ້ານນ້ຳຍາງເຂົ້າຮ່ວມຢ່າງພ້ອມພຽງ.

 

ການລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງຄັ້ງນີ້, ບັນດາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ໄດ້ຜັດປ່ຽນກັນ ສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ຂອງຕົນເອງ ເພື່ອໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານຜູ້ທີ່ເຂົ້າຮ່ວມໄດ້ຮັບຊາບ.

ທັງນີ້, ກໍ່ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ເຖິງປະຫວັດການເຄື່ອນໄຫວຂອງຜູ້ຮັບສະເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເພື່ອນໍາໄປພິຈາລະນາໃນການໃຊ້ສິດຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນເຂົ້າໃນສະພາ, ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ພ້ອມທັງສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນຕໍ່ກັບບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຈັດຂື້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.