ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

Feb 10, 2026

 

ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ 2026, ພະ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ຄັ້ງ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ເຮັດ​ໃຫ້​ໂຮ​ງ​ງານ​ຜະ​ລິດ​ແຜ່ນ​ຊິບ​ຢຸດ​ການ​ຜະ​ລິດ, ລາ​ຄາ​ຂອງ​ໂທ​ລະ​ສັບ​ມື​ຖື​ທີ່​ຕົນ​ຢາກ​ຊື້​ມາ​ແຕ່​ດົນ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ.

ຢູ່​​ເບື້ອງຫຼັງ​ຂອງ​ເຫດ​ການ​ດັ່ງ​ກ່າວ​ແມ່ນກ​ານ​ພົວ​ພັນ​ທີ່​ຊັດ​ເຈນ ຄື: ອາ​ກາດ​ທີ່​ຮ້າຍ​ແຮງ​ກະ​ທົບ​ການ​ຜະ​ລິດ​→ການ​ຂາດ​ເຂີນ​ຊິ້ນ​ສ່ວນ​ທີ່​ສຳ​ຄັນ​→ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໃນ​ທົ່ວ​ໂລກ​ຮັບ​ຜົນ​ກະ​ທົບ​→ລາ​ຄາ​ຂອງຜະ​ລິດ​ຕະ​ພັນ​ເພີ່ມ​ຂຶ້ນ​→ປະ​ຊາ​ຊົນ​ເປັນ​ຜູ້​ຈ່າຍ​ລາ​ຄາ​ທີ່​ເພີ່ມ​ຂຶ້ນ. ມັ​ນໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ແລະ ເລິກ​ເຊິ່ງ ຄື: ໂລກ​ໃນ​ຊູ່​ມື້​ນີ້​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ, ທຸກ​ຄົນ​ມີ​ຊາ​ຕາ​ກຳ​ຮ່ວມ.

ເມື່ອ​ສິ່ງ​ທ້າ​ທ້າຍ​ປະ​ເພດ​ນີ້​ເກີດ​ຂຶ້ນ​ເລື້ອຍໆ, ຢູ່​ໃນ​ໂລກ​ທີ່​ມີ​ຊາ​ຕາ​ກຳ​ຮ່ວມ​ກັນ, ພວກ​ເຮົາ​ຄວນ​ຮ່ວມ​ມື​ກັນ​ແນວ​ໃດ​ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ມີ​ຄວາມ​ສາ​ມາດຫຼາ​ຍກວ່າ​ໃນ​ການຮັບ​ມື​ກັບ​ສິ່ງ​ທ້າທາຍ, ມີ​ຄວາມ​ຍຸດ​ຕິ​ທຳຫຼາຍກວ່າ ແລະ ຍືນ​ຍົງຫຼາຍກວ່າ?

ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ນີ້​ແມ່ນ​ຄຳ​ຕອບ​ຂອງ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ.

ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຂໍ​​ກຸນ​ແຈ​ກໍ​ຄື​ການ​ປະ​ຕິ​ບັດ​ຕົວ​ຈິງ. ທ່ານ​ສີ​ຈິ້ນ​ຜິງ ໄດ້​ຊີ້​ແຈ້ງ​ເສັ້ນ​ທາງ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​​ຊັດ​ເຈນ ແລະ ເປັນ​ໄປ​ໄດ້ ຄື: ສະ​ເໝີ​ພາບ​ດ້ານ​ການ​ເມືອງ ແລະ ປຶກ​ສາ​ຫາລື​ດ້ວຍ​ການ​ສົນ​ທະ​ນາ​ກັນ; ຊົມ​ໃຊ້​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ, ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ; ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາດ​ເພື່ອເສດ​ຖະ​ກິດ​ພັດ​ທະ​ນາ, ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຕ່າງ​ຝ່າ​ຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ; ຖອດ​ຖອນ​ແລກ​ປ່ຽນວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນ, ເຄົາ​ລົບ​ນັບ​ຖື​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດ​ທະ​ນະ​ທຳ; ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​​ສິ່ງ​ແວດ​ລ້ອມ​ນິ​ເວດ ແລະ ພັດ​ທະ​ນາ​ແບບ​ສີ​ຂຽວ. 5 ດ້ານດັ່ງ​ກ່າວ​ນີ້​ຕິດ​ພັນ​ກັນ​ຢ່າງ​ໃກ້​ຊິດ, ປະ​ກອບ​ເປັນ​ເສັ້ນ​ທາງ​ທີ່​ສ້າງ​​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຈີນ​ສະ​ເໜີ​​ແນວ​ຄວາມ​ຄິດ, ຍິ່ງ​ຊຸກ​ຍູ້​ປະ​ຕິ​ບັດ​​ແນວ​ຄວາມ​ຄິດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ຢູ່​ພາຍ​ໃນ​ປະ​ເທດ​ຈີນ, ຈີນ​ຊຸກ​ຍູ້​ການ​ສ້າງ​ສາ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຢ່າງ​ຮອບ​ດ້ານ, ພຶ​ດ​ຕິ​ກຳ​ທີ່​ຖືກ​ເອີ້ນ​ວ່າ “ພາ​ລະ​ກິດ 5 ດ້ານ​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” ນີ້, ໄດ້​ສະ​ສົມ​ບົດ​ຮຽນ ແລະ ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຈຸດ​ຢືນ​ໃນ​ສາ​ກົນ​ຂອງ​ຈີນ. ຢູ່​ໃນ​ສາ​ກົນ, ຈີນ​ຜ່ານ​ການ​ຮ່ວມ​ມື​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​​ອະ​ລິ​ຍະ​ທຳທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ການ​ບໍ​ລິ​ຫານ​ທົ່ວ​ໂລກ, ເຮັດ​ໃຫ້​​ແນວ​ຄວາມ​ຄິດຫັນ​ເປັນ​ໂຄງ​ການ​ຮູບ​ປະ​ທຳ​ຕ່າງໆ, ຕົວ​ຢ່າງວ່າ: ການ​ສ້າງ​ທາງ​ລົດ​ໄຟ, ແບ່ງ​ປັນ​ບົດ​ຮຽນ​ຕ້ານ​ພະ​ຍາດ, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ສີ​ຂຽວ, ສ​ະ​ໜັບ​ສະ​ໜູນ​ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ໄດ້​ເພີ່ມ​ຄວາມ​ແນ່ນອນ​ໃຫ້​ແກ່​ໂລກ, ແລະ ເພີ່ມ​ແຮງ​ຂັບ​ເຄື່ອນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຮ່ວມ​ກັນ.