ວັນທີ 10 ກຸມພານີ້ ທີ່ສະໜາມບິນສາກົນວັດໄຕ, ໄດ້ຈັດພິທີເປີດຫ້ອງປິ່ນປົວພະຍາດຫູຕາດັງຄໍເທິງເຮືອບິນ C909 ຂອງຈີນຢູ່ ສປປ ລາວ ຄັ້ງທໍາອິດຢ່າງເປັນທາງການ. ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ໂຈ່ວ ສິງທ່າວ ຜູ້ອໍານວຍການໂຮງໝໍຫູຕາດັງຄໍ ມະຫາວິທະຍາໄລຟູຕ້ານ ຊຽງໄຮ ຂອງຈີນ ໄດ້ໃຫ້ຂໍ້ມູນວ່າ: ກິດຈະກໍາການກຸສົນເພື່ອສັງຄົມ ບົນເສັ້ນທາງສາຍໄໝແຫ່ງສຸຂະພາບ ຫ້ອງປິ່ນປົວພະຍາດຫູຕາດັງຄໍເທິງເຮືອບິນ C909, ໄດ້ເລີ່ມດໍາເນີນມາຕັ້ງແຕ່ຕົ້ນເດືອນກຸມພາເປັນຕົ້ນມາ ໂດຍບໍລິການກວດແລະປິ່ນປົວພະຍາດຫູຕາດັງຄໍບໍ່ເສຍຄ່າໃຫ້ປະຊາຊົນລາວທີ່ໂຮງໝໍມະໂຫສົດ. ນອກຈາກການບໍລິການກວດປິ່ນປົວ ຍັງມີກິດຈະກໍາເຜີຍແຜ່ຄວາມຮູ້ດ້ານສຸຂະພາບ ແລະ ການຝຶກອົບຮົມໃຫ້ແກ່ບຸກຄະລາກອນການແພດລາວ. ມາຮອດປະຈຸບັນ, ມີ 629 ຄົນ ໄດ້ຮັບການກວດສຸຂະພາບ, ໃນນັ້ນມີ 46 ຄົນ ໄດ້ເຂົ້າຮ່ວມການຜ່າຕັດໃນໂຄງການ.
ໃນພິທີ, ທ່ານນາງ ໃບຄໍາ ຂັດຕິຍະ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້ “ເປັນເສັ້ນທາງແຫ່ງຄວາມຫວັງທີ່ນໍາເອົາການບໍລິການທາງດ້ານການແພດທີ່ທັນສະໄໝ, ມີຄຸນນະພາບ ແລະ ຄຸນຄ່າສູງມາສູ່ປະຊາຊົນລາວ” ຊ່ວຍເຮັດໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກເຂົ້າເຖິງການກວດຄັດກອງ, ວິນິດໄສ ແລະ ປິ່ນປົວພະຍາດໄດ້ຢ່າງມີປະສິດທິຜົນ, ທົ່ວເຖິງ ແລະ ເທົ່າທຽມກັນເປັນການນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝມາປະຍຸກໃຊ້ໃນລະບົບສາທາລະນະສຸກຂອງລາວ.
ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ ໄດ້ກ່າວວ່າ: ການຮ່ວມມືຄັ້ງນີ້ສະທ້ອນໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງ ແລະ ຄວາມຫ່ວງໄຫວຢ່າງແທ້ຈິງຂອງປະຊາຊົນຈີນຕໍ່ປະຊາຊົນລາວ, ໂດຍການນໍາເອົາຄວາມຮູ້ທາງດ້ານເຕັກນິກ ແລະ ອຸປະກອນທີ່ທັນສະໄໝລະດັບແຖວໜ້າຂອງຈີນມາຮ່ວມໃນການຍົກສູງຄຸນນະພາບການບໍລິການສາທາລະນະສຸກຢູ່ສປປ ລາວ.
ໃນໂອກາດດຽວກັນ, ຝ່າຍຈີນໄດ້ມອບອຸປະກອນການແພດຫູຕາດັງຄໍໃຫ້ແກ່ຝ່າຍລາວ. ນອກຈາກນີ້, ຕົວແທນຈາກໂຮງໝໍທັງສອງຝ່າຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັນດ້ານການຮ່ວມມື, ໃນອະນາຄົດ.
ເປີດຫ້ອງປິ່ນປົວພະຍາດຫູ-ຕາ-ດັງ-ຄໍເທິງເຮືອບິນ C909 ຄັ້ງທໍາອິດຂອງຈີນຢູ່ ສປປ ລາວ

