ທ່ານ ສີຈິ້ນຜິງ ເຄື່ອນໄຫວຢ້ຽມຢາມເຂດຖະໜົນວັດໂຫຼງຟູປັກກິ່ງ ເພື່ອຮັບຮູ້ສະພາບການສະໜອງສິນຄ້າໃນຕະຫຼາດຍາມບຸນກຸດຈີນ

ຕອນເຊົ້າວັນທີ 10 ກຸມພານີ້, ໃນໄລຍະເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປເຖິງເຂດຖະໜົນວັດໂຫຼງຟູ ເພື່ອຮັບຮູ້ສະພາບການຕ່າງໆຂອງທ້ອງຖິ່ນດັ່ງກ່າວເຊັ່ນ: ການເພີ່ມການສະໜອງສິນຄ້າໃນຕະຫຼາດຍາມບຸນກຸດຈີນ, ການສ້າງສາເຂດດັ່ງກ່າວໃຫ້ມີຊີວິດຊີວາແລະເອກະລັກພິເສດຂອງຕົວເມືອງ ແລະອື່ນໆ ພ້ອມທັງຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຂັ້ນຮາກຖານ.


ໂອກາດເຄື່ອນໄຫວຢ້ຽມຢາມທ້ອງຖິ່ນກ່ອນບຸນກຸດຈີນຈະວຽນມາເຖິງໃນແຕ່ລະປີ, ການສະໜອງສິນຄ້າສຳລັບບຸນກຸດຈີນ, ການບໍລິໂພກໃນມື້ພັກຍາມບຸນ ເປັນຈຸດສຸມທີ່ທ່ານ ສີຈິ້ນຜິງ ມີຄວາມຫ່ວງໃຍມາໂດຍຕະຫຼອດ. ຮູບພາບຕ່າງໆທີ່ເຕັມໄປດ້ວຍບັນຍາກາດມ່ວນຊື່ນຄຶກຄື້ນແລະສິລິມຸງຄຸນເຊັ່ນ: ການສຳຫຼວດສະພາບການຕະຫຼາດ, ເຄື່ອນໄຫວຢ້ຽມຢາມເຂດຄຸ້ມຖະໜົນ, ສອບຖາມຊີວິດການເປັນຢູ່ຂອງປະຊາຊົນ, ອວຍພອນປີໃໝ່ ແລະອື່ນໆ ທັງໝົດນີ້ໄດ້ບັນທຶກຄວາມຫ່ວງໃຍຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນ ແລະ ຄວາມເອົາໃຈໃສ່ຕໍ່ສະພາບການຕະຫຼາດໃນຍາມບຸນກຸດຈີນ. ງານຕະຫຼາດນັດບຸນກຸດຈີນຂອງເຂດຖະໜົນວັດໂຫຼງຟູທີ່ຄຶກຄື້ນມ່ວນຊື່ນພໍດີເປັນພາບຫຍໍ້ທີ່ສະທ້ອນໃຫ້ເຫັນເຖິງສະພາບຕະຫຼາດຍາມບຸນຂອງຈີນໃນທຸກມື້ນີ້. ຈາກງານຕະຫຼາດນັດຢູ່ຊົນນະບົດຮອດຮ້ານຊັບພະສິນຄ້າໃນຕົວເມືອງ, ຕະຫຼາດກ່ອນບຸນກຸດຈີນເຕັມໄປດ້ວຍບັນຍາກາດຟົດຟື້ນ, ສະພາບການບໍລິໂພກແບບໃໝ່ໄດ້ປາກົດຕົວຢ່າງບໍ່ຢຸດຢັ້ງ, ຄວາມ ຕ້ອງການບໍລິໂພກດ້ານການກິນ, ການເດີນທາງ, ການທ່ອງທ່ຽວ, ການຊື້ເຄື່ອງ ແລະການບັນເທິງໄດ້ພັດທະນາຢ່າງຮອບດ້ານ ເຊິ່ງໄດ້ນຳພາທິດທາງໃໝ່ດ້ານການບໍລິໂພກໃນຍາມບຸນ, ສະແດງໃຫ້ເຫັນເຖິງກຳລັງບົ່ມຊ້ອນອັນມະຫາສານຂອງຕະຫຼາດຈີນ.


