ວັນທີ 10 ກຸມພາ 2026, ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ເຄື່ອນໄຫວຕິດຕາມ, ຊຸກຍູ້ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ທີ່ແຂວງຄຳມ່ວນ. ໂດຍການເປັນປະທານຂອງທ່ານ ວິລະພັນ ສິລິທຳ ຮອງຫົວຫນ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຄະນະອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການລະດັບຊາດ, ມີຮອງຫົວໜ້າກຳມະການອານຸໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ພ້ອມດ້ວຍຜູ້ຊ່ວຍວຽກບັ້ນເລືອກຕັ້ງດັ່ງກ່າວເຂົ້າຮ່ວມ.

ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ໄດ້ລາຍງານການກະກຽມຄວາມພ້ອມຮອບດ້ານບັ້ນເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງໄດ້ຈັດຕັ້ງປະຕິບັດຕາມແຜນດຳເນີນງານໃນ 4 ບາດກ້າວ. ຈາກນັ້ນ, ທ່ານ ວິລະພັນ ສິລິທຳ ຮອງຫົວຫນ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໄດ້ມີຄຳເຫັນໃນບັ້ນເລືອກຕັ້ງຊຸດນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພາະຖືເປັນປາງບຸນໃຫຍ່ທີ່ສໍາຄັນຂອງຊາດ. ສະນັ້ນ,ເພື່ອປຸກລະດົມໂຄສະນາໃຫ້ປະຊາຊົນມີສະຕິຕື່ນຕົວ, ໄດ້ໃຊ້ສິດໃຊ້ສຽງຂອງຕົນຢ່າງເຕັມສ່ວນ ເລືອກເອົາຜູ້ແທນ ທີ່ມີຄວາມຮູ້ຄວາມສາມາດ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ເຂົ້າໄປເຮັດວຽກໃນສະພາ, ເພື່ອຄົ້ນຄວ້າພິຈາລະນາບັນຫາຕ່າງໆ ເຮົາຕ້ອງປຸກລະດົມຂົນຂວາຍທຸກວິທີທາງ, ພ້ອມນັ້ນ ຕ້ອງຂຶ້ນແຜນໃສ່ແຕ່ລະໜ້າວຽກ ລວມເຖິງງົບປະມານ, ການເກັບກໍາຂໍ້ມູນ, ການນໍາເອົາເອກະສານກ່ຽວຂ້ອງລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຈະແຈ້ງ. ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ຍັງມີຄຳຖາມເຈາະຈີ້ມ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານສຳເລັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ສໍາເລັດຕາມລະດັບຄາດໝາຍ ບັນລຸໄດ້ 400% ຄື: ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, ນໍາພາວຽກງານເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດຕາມການກໍານົດເວລາ 100%. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ລົງໄປຕິດຕາມເບີ່ງສະຖານທີ່ປ່ອນບັດ ໃນບັ້ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້.



