ໃນຕອນບ່າຍວັນທີ 10 ກຸມພາ 2026, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງສາທາລະນະສຸກ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ຄຳຂວັນ: “ເພີ່ມທະວີການຄຸ້ມຄອງບໍລິຫານ, ການບໍລິການສາທາລະນະສຸກ ໃຫ້ມີຄຸນນະພາບ, ທັນສະໄໝ ແລະ ເປັນເຈົ້າຕົນເອງ ເທື່ອລະກ້າວ”; ມີທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ, ຜູ້ຕາງໜ້າ ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາແຂວງ-ນະຄອນຫຼວງວຽງຈັນ, ມະຫາວິທະຍາໄລສຸຂະພາບ, ໂຮງໝໍສູນກາງ, ພ້ອມດ້ວຍຜູ້ຕາງໜ້າພະແນກສາທາລະນະສຸກ ປະຈໍາແຂວງ-ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຊາບ ກ່ຽວກັບເນື້ອໃນ ກໍ່ຄືຜົນການດຳເນີນກອງປະຊຸມຄັ້ງນີ້ ໂດຍສະເພາະ ບັນດາຫົວຂໍ້ ທີ່ນຳມາສະເໜີຕໍ່ກອງປະຊູຸມ, ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດວຽກງານທົ່ວຂະແໜງສາທາລະນະສຸກ ໃນໄລຍະຜ່ານມາ, ລວມທັງ ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເໜີຈຳນວນໜຶ່ງຕໍ່ ລັດຖະບານ, ສະພາແຫ່ງຊາດ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສຸມໃສ່ປະຕິບັດ 14 ຄາດໝາຍ ທີ່ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ປະກົດຜົນເປັນຈິງ; ສືບຕໍ່ສ້າງຄວາມເຂັ້ມແຂງ ວຽກງານສົ່ງເສີມສຸຂະພາບ, ກັນພະຍາດຕິດຕໍ່-ບໍ່ຕິດຕໍ່, ວຽກງານຮັກສາສຸຂະພາບຂັ້ນຕົ້ນ, ວຽກງານເຝົ້າລະວັງ ແລະ ໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກ; ປັບປຸງການຮັກສາສຸຂະພາບຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ, ວຽກງານໂພຊະນາການເດັກລຸ່ມ 5 ປີ ໃຫ້ມີຄຸນນະພາບ, ເຊື່ອມສານຢ່າງເປັນລະບົບ ແລະ ທົ່ວເຖິງ; ເພີ່ມທະວີການສັກວັກຊິນປ້ອງກັນພະຍາດ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ; ປັບປຸງລະບົບສຸຂະອະນາໄມ, ນໍ້າສະອາດ ແລະ ສຸຂາພິບານ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງ; ປັບປຸງ, ຍົກລະດັບໂຄງລ່າງພື້ນຖານດ້ານສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ມາດຕະຖານ ໄປພ້ອມກັບການສະໜອງອຸປະກອນການແພດທີ່ທັນສະໄໝ, ຮັບປະກັນມີຢາທີ່ມີຄຸນນະພາບ ແລະ ພຽງພໍຕໍ່ການສະໜອງການບໍລິການ; ຫັນໂຮງໝໍລັດ ຂັ້ນສູນກາງ ແລະ ແຂວງ ສູ່ກົນໄກກຸ້ມຕົນເອງ ແລະ ທັນສະໄໝ ເທື່ອລະກ້າວ; ເພີ່ມທະວີຄວາມສາມາດໃນການຜະລິດຢາປິ່ນປົວ ແລະ ຮັກສາສຸຂະພາບ ທັງຢາຫຼວງ ແລະ ຢາພື້ນເມືອງ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າຢາ, ອາຫານ, ເຄື່ອງດື່ມ, ເຄື່ອງສໍາອາງ ຢ່າງມີປະສິດທິຜົນ, ດັດສົມການນໍາເຂົ້າ ແລະ ການຜະລິດພາຍໃນ ຢ່າງມີປະສິດທິຜົນ ແລະ ມີຄວາມກົມກຽວ ກັບຂະແໜງການກ່ຽວຂ້ອງ; ເພີ່ມທະວີຄວາມເອົາໃຈໃສ່ການອານຸລັກພືດ-ສັດ ເຄື່ອງປ່າຂອງດົງ ທີ່ໃຊ້ເປັນຢາຫາຍາກໃກ້ຈະສູນພັນ; ຍົກສູງຄວາມສາມາດການກໍ່ສ້າງ ແລະ ການນໍາໃຊ້ບຸກຄະລະກອນສາທາລະນະສຸກ ທີ່ມີຄຸນນະພາບ; ປະຕິຮູບສະຖາບັນການສຶກສາ-ສາທາລະນະສຸກໃຫ້ມີມາດຕະຖານ ແລະ ຄຸນນະພາບ ເທົ່າທຽມກັບພາກພື້ນ ແລະ ສາກົນ; ສົມທົບແໜ້ນ ການຍົກສູງຄຸນນະພາບການບໍລິຫານຄຸ້ມຄອງ, ການບໍລິການ, ການສຶກສາສາທາລະນະສຸກ ໄປພ້ອມກັບການຍົກສູງວຽກງານການຄົ້ນຄວ້າວິທະຍາສາດສາທາລະນະສຸກ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ຖັນແຖວແພດໝໍ ໃຫ້ຮັກສານາມມະຍົດ “ນັກຮົບເສື້ອຂາວ” ເພື່ອສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານ ນັບມື້ນັບສູງຂຶ້ນ; ສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ, ຖືເອົາວຽກງານອະນາໄມ ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ, ຖືເອົາວຽກງານປິ່ນປົວ ແລະ ສະໜອງການບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ; ໂຄສະນາສຸຂະສຶກສາ, ສະໜອງຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈ, ຄວາມຕື່ນຕົວ ໃນການຮັກສາສຸຂະພາບ ຂອງປະຊາຊົນ ໃຫ້ເປັນປົກກະຕິ ແລະ ນັບມື້ນັບກວ້າງຂວາງ; ຍົກສູງຄຸນນະພາບ ຂອງການບໍລິການສຸຂະພາບ ຢູ່ໂຮງໝໍຂັ້ນຕ່າງ; ເອົາໃຈໃສ່ພັດທະນາ ອຸດສາຫະກຳການຢາໃຫ້ເຂັ້ມແຂງ; ເອົາໃຈໃສ່ ຕິດຕາມ, ກວດກາ, ຄຸ້ມຄອງ, ດັດສົມ ບັນດາໂຮງໝໍ ແລະ ຄຣີນິກ ເອກະຊົນ ໃຫ້ເປັນລະບົບ, ທັງເສີມຂະຫຍາຍບົດບາດຄວາມເປັນເຈົ້າການຂອງໂຮງໝໍ ເອກະຊົນ ຕໍ່ການບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດ ໃຫ້ມີຄຸນນະພາບ-ລາຄາສົມເຫດສົມຜົນ; ສືບຕໍ່ເປັນເຈົ້າການຮ່ວມມືກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ເພື່ອພັດທະນາວຽກງານສາທາລະນະສຸກ ໃຫ້ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ.



