ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ພ້ອມຄະນະ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຊະນະສົມບູນ

Feb 13, 2026

​ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 1 ຈຳນວນ 10 ທ່ານ (ຍິງ 2 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງຊະນະສົມບູນຈຳນວນ 7 ທ່ານ ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ທີ່ສະໂມສອນຂອງເມືອງຊະນະສົມບູນ.
ການລົງເຄື່ອນໄຫວຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້ ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳເບີ1), ພ້ອມດ້ວຍຄະນະຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ເຂດເລືອກຕັ້ງເມືອງຊະນະສົມບູນ 7 ທ່ານ ນຳໂດຍ ທ່ານ ຄຳສີ ຫຼິນສະຫວາດ ກຳມະການພັກແຂວງ ເລຂາພັກເມືອງ ຊະນະສົມບູນ ຜູ້ສະໝັກນ້ຳເບີ 1 ພ້ອມຄະນະຜູ້ສະໝັກ ຈຳນວນ 6 ທ່ານ.
May be an image of one or more people, dais and text May be an image of one or more people
ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ອຳໄຊ ພອນມະນີ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຊະນະສົມບູນ, ພ້ອມການນໍາຂອງເມືອງ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໃນພິທີ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງໝົດ 20 ທ່ານ (ແຕ່ເບີ 1 ຫາ ເບີ 20)
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ເບີ1) ໄດ້ມີຄໍາເຫັນພົບປະ, ເນື້ອໃນສໍາຄັນທ່ານ ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດໂຄງການ-ການເມືອງໄລຍະໄໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ ຂອງ ສປປ ລາວ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້ ກໍເພື່ອໃຫ້ຄະນະພັກ – ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍທີ່ກໍານົດໄວ້
ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ກໍໄດ້ຜັດປ່ຽນກັນສະເໜີຕົວ ແລະ ແຈ້ງຈຸດປະສົງໃນການລົງເຄື່ອນໄຫວ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມຈິດພ້ອມໃຈກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນ ໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ແລະ ວິໄສທັດກວ້າງໄກ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.
May be an image of one or more people, dais and text
ຂ່າວ-ພາບ: ຈັນທະວີສັກ