ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກເປັນສະມາຊິກສະພາປະຊາຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງສີໂຄດຕະບອງ ເລີ່ມລົງພົບປະຜູ້ມີສິດເລືອກຕັ້ງກຸ່ມໜອງໜ້ຽວ

Feb 13, 2026

ໃນວັນທີ 12 ກຸມພາ 2026 ຜູ້ສະໝັກເປັນສະມາຊິກສະພາປະຊາຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງສີໂຄດຕະບອງ ໄດ້ເລີ່ມລົງເຄື່ອນໄຫວເພື່ອໂຄສະນາຫາສຽງ ພົບປະປະຊາຊົນ 7 ບ້ານ ກຸ່ມໜອງໜ້ຽວ ຢູ່ວັດບ້ານໜອງແຕງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງປະກອບມີ: ນໍ້າເບີ 01 ທ່ານ ອິນປອງ ທຸມມາ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງສີໂຄດຕະບອງ ນໍ້າເບີ 02 ທ່ານ ພວນສະຫວັດ ອອນລັດບຸນມີ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ນໍ້າເບີ 03 ທ່ານ ດຣ ໄຊຍະວົງ ດວງມະນີ ຮອງເລຂາໜ່ວຍພັກຮາກຖານ ປະທານກວດກາ ຮອງຫົວໜ້າພະແນກວາທາລະນະສຸກ ນະຄອນຫຼວງວຽງຈັນ ນໍ້າເບີ 04 ທ່ານ ນາງ ສີສຸດາ ເພັງພົງສະຫວັດ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງສີໂຄດຕະບອງ ນໍ້າເບີ 05 ທ່ານ ນາງ ດາໄລວັນ ແກ້ວນະຄອນ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ນໍ້າເບີ 06 ທ່ານ ວິໄຊ ໄຊທານີ ກໍາມະການພັກເມືອງ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງສີໂຄດຕະບອງ ນໍ້າເບີ 07 ທ່ານ ເພັດສາຄອນ ສີສຸລິດ ກໍາມະການພັກເມືອງ ຫົວໜ້າຫ້ອງການ ການເງິນເມືອງສີໂຄດຕະບອງ ໂດຍມີອານະນຸກໍາມະການ ຂັ້ນເມືອງ ການຈັດຕັ້ງບ້ານ ແລະ ປະຊາຊົນ ກຸ່ມໜອງໜ້ຽວ ມີ: ບ້ານນາເລົ່າ ໜອງໜ້ຽວ ໜອງແຕ່ງເໜືອ ໜອງແຕ່ງໃຕ້ ວຽງຄຳ ຈຳປາ ແລະ ບ້ານຈັນສະຫວ່າງໄດ້ໃຫ້ການຕ້ອນຮັບ.
May be an image of one or more people and temple May be an image of one or more people and temple
ໃນໂອກາດດັງກ່າວ ຜູ້ຮັບສະໝັກລົງເລືອຕັ້ງໄດ້ຜັດປ່ຽນກັນເຜີຍແຜ່ແນະນໍາຕົນເອງ ທັງນີ້ກໍເພື່ອພ້ອມກັນປະຕິບັດຕາມກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ເລກທີ 58/ສພຊ ແລະ ແຜນການລົງເຄື່ອນໄຫວລົງໂຄສະນາຫາສຽງ ຂອງຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໃຫ້ໄດ້ຮັບຜົນດີ.
ຂ່າວ: ວຽງຈັນໃໝ່