ໃນຕອນເຊົ້າຂອງວັນທີ 13 ກຸມພານີ້, ທີ່ສະໂມສອນບ້ານນາປາ ແຂວງອູດົມໄຊ ໄດ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມສາມັກຄີ, ເນື່ອງໃນໂອກາດການລົງເຄື່ອນໄຫວໂຄສະນາຫາສຽງ ຂອງຄະນະຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງອຸດົມໄຊ (ສສຂ) ຊຸດທີ 5.
ການລົງເຄື່ອນໄຫວໃນຄັ້ງນີ້, ນຳໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຊຶ່ງເປັນຫົວໜ້າ ຄະນະທີ 2 ຂອງການລົງຫາສຽງ ພ້ອມດ້ວຍ ຜູ້ສະໝັກທັງໝົດ ຈຳນວນ 6 ທ່ານ. ນອກຈາກນີ້, ຍັງມີການນຳຂັ້ນເມືອງ ແລະ ຄະນະຮັບຜິດຊອບການເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.

ທັນທີ, ທີ່ຄະນະໄດ້ເດີນທາງມາຮອດ, ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ໃກ້ຊິດສະໜິດສະໜົມ ຈາກພໍ່ແມ່ປະຊາຊົນ ບ້ານນາປາ, ບ້ານເໜືອ ແລະ ບ້ານໃຕ້ ທີ່ພ້ອມພຽງກັນມາລໍຖ້າຮັບຟັງຢ່າງຫຼວງຫຼາຍ ດ້ວຍບັນຍາກາດພາຍໃນງານເຕັມໄປດ້ວຍຮອຍຍິ້ມ ແລະ ສຽງຕົບມື ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈ ທີ່ປະຊາຊົນມີຕໍ່ພັກ ແລະ ລັດ ກໍຄືບັນດາຜູ້ສະໝັກທຸກທ່ານ.
ໃນພິທີ, ບັນດາທ່ານຜູ້ສະໝັກ ໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ, ເລົ່າປະຫວັດຫຍໍ້ ແລະ ຊີ້ແຈງແນວທາງນະໂຍບາຍໃນການພັດທະນາບ້ານເມືອງ. ພ້ອມດຽວກັນນີ້ ຜູ້ສະໝັ້ກ ຍັງໄດ້ສະເໜີປະຫວັດ ການເຄື່ອນໄຫວຂອງ ຜູ້ສະມັກ ສສຊ ແລະ ສສຂ ທີ່ບໍໄດ້ມາຮ່ວມ ຢ່າງລະອຽດຕື່ມອີກ ເພື່ອເປັນທາງເລືອກໃນການຕັດສິນໃຈເລືອກຜູ້ແທນຕົນເອງເຂົ້າໄປນັ່ງໃນສະພາ ເຮັດໜ້າທີ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈີງ.
ພາບ – ຂ່າວ: ແສງອາທິດ


