ວັນທີ 12 ກຸມພາ 2026 ທີ່ສະພາແຫ່ງຊາດ ທ່ານ ສຈ ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຖະ ແຫຼງຂ່າວກ່ຽວກັບການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ວ່າ ທົ່ວປະເທດມີຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທັງໝົດ 4.764.384 ຄົນ ຍິງ 2.384.104 ຄົນ ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງມີຈຳນວນ 23.378 ຄົນ ຍິງ 7.828 ຄົນ.
ໃນນັ້ນເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນມີ 679.952 ຄົນ ຍິງ 339.824 ຄົນ ລວມທັງຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາ ລີມີ 124.060 ຄົນ ຍິງ 65.053 ຄົນ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາມີ 136.346 ຄົນ ຍິງ 66.770 ຄົນ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊມີ 228.192 ຄົນ ຍິງ 111.024 ຄົນ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວມີ 132.290 ຄົນ ຍິງ 65.277 ຄົນ ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງມີ 299.857 ຄົນ ຍິງ 148.550 ຄົນ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີມີ 302.711 ຄົນ ຍິງ 145.856 ຄົນ ເຂດເລືອກຕັ້ງທີ 8 ແຂວງຫົວພັນມີ 177.694 ຄົນ ຍິງ 79.794 ຄົນ ເຂດເລືອກຕັ້ງທີ 9ແຂວງ ຊຽງຂວາງມີ 174.419 ຄົນ ຍິງ 83.104 ຄົນ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີ 302.420 ຄົນ ຍິງ 145.862 ຄົນ ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊມີ 215.335 ຄົນ ຍິງ 106.373 ຄົນ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນມີ 296.137 ຄົນ ຍິງ 149.036 ຄົນ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດມີ 723.129 ຄົນ ຍິງ 367.702ຄົນ ເຂດເລືອກຕັ້ງທີ 14 ແຂວງສາລະວັນມີ 256.796 ຄົນ ຍິງ 152.832 ຄົນ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກມີ 457.302 ຄົນ ຍິງ 231.696 ຄົນ ເຂດເລືອກຕັ້ງທີ 16 ແຂວງເຊກອງມີ 87.503 ຄົນ ຍິງ 42.160 ຄົນ ເຂດເລືອກຕັ້ງທີ 17 ແຂວງອັດຕະປືມີ 111.878 ຄົນ ຍິງ 54.708 ຄົນ ແລະ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນມີ 58.363 ຄົນ ຍິງ 28.483 ຄົນ.
ໃນວັນທີ 22 ກຸມພາ 2026 ນີ້ແມ່ນເຫດການປະຫວັດສາດທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າທົ່ວທັງຊາດລວມທັງພົນ ລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ ເປັນຂີດໝາຍສຳຄັນຍິ່ງອີກຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າໃນຖານະຜູ້ເປັນເຈົ້າຂອງອຳນາດລັດຂອງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໃນນາມຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນທຸກຂັ້ນຂໍຖືເອົາໂອກາດນີ້ຮຽກ ຮ້ອງໄປຍັງພົນລະເມືອງລາວຜູ້ມີສິດເລືອກຕັ້ງທຸກຄົນແຕ່ອາຍຸ 18 ປີຂຶ້ນໄປຈົ່ງພ້ອມ ກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຈຸດປະ ສົງ ແລະ ລະດັບຄາດໝາຍທີ່ວາງໄວ້.


