ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປາໂບຣ ກາງ (Mr. Pablo Kang), ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຄັ້ງນີ້. ໃນເວລາດຽວກັນນັ້ນ, ທ່ານ ຜູ້ຕາງໜ້າພິເສດ ປາໂບຣ ກາງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າຂອງການດໍາເນີນຄະດີ ກ່ຽວກັບ ການເສຍຊີວິດຂອງນັກທ່ອງທ່ຽວຄົນອົດສະຕຣາລີ 2 ຄົນ ໃນປີ 2024 ຜ່ານມາ.

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຕະຫຼອດໄລຍະກວ່າ 7 ທົດສະວັດຜ່ານມາ ຊຶ່ງໄດ້ຮັບການ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ ໃນຕົ້ນປີ 2024. ຝ່າຍລາວ ໄດ້ຖືໂອກາດນີ້ ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານ ແລະ ປະຊາຊົນ ກໍຄື ຄອບຄົວຂອງນັກທ່ອງທ່ຽວຕ່າງປະເທດ ທີ່ໄດ້ຮັບເຄາະຮ້າຍ ທີ່ບໍ່ເພິ່ງປາຖະໜາ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້ແຈ້ງໃຫ້ຝ່າຍອົດສະຕຣາລີ ຊາບເຖິງຄວາມເອົາໃຈໃສ່ຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂຄະດີດັ່ງກ່າວ ພ້ອມທັງຢືນຢັນວ່າ ຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການດໍາເນີນຄະດີ ຕາມຂະບວນການຍຸຕິທຳຂອງ ສປປ ລາວ. ນອກຈາກນີ້, ກໍໄດ້ແຈ້ງໃຫ້ຝ່າຍອົດສະຕຣາລີ ຊາບວ່າ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແຕ່ສູນກາງຮອດທ້ອງຖິ່ນ ກໍມີຄວາມຍິນດີໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃຫ້ແກ່ ຜູ້ຕາງໜ້າພິເສດ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ສາມາດເຄື່ອນໄຫວ ແລະ ປະສົບຜົນສໍາເລັດຕາມຄາດໝາຍ. ອີກເທື່ອໜຶ່ງ, ຝ່າຍອົດສະຕຣາລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຫວັງວ່າ ຄະດີດັ່ງກ່າວ ຈະໄດ້ຮັບການແກ້ໄຂໂດຍໄວ ຕາມກົດໝາຍ ຂອງ ສປປ ລາວ.
ກ່ອນໜ້ານີ້, ໃນຕອນບ່າຍຂອງວັນທີ 12 ກຸມພາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ລົມໂທລະສັບທາງໄກ ກັບ ທ່ານ ນາງ ເພັນນີ ວອງ (Ms. Penny WONG), ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອແຈ້ງໃຫ້ຊາບກ່ຽວກັບຄວາມເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ແລະ ຄວາມຄືບໜ້າໃນການດຳເນີນຄະດີດັ່ງກ່າວ. ສອງຝ່າຍ ເຫັນດີທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃຫ້ແຕກດອກອອກຜົນຍິ່ງໆ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ອົດສະຕຣາລີ.


