ຫ້ອງວ່າການສູນກາງພັກ (ຫສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 13 ກຸມພາ 2026 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າ ຫສພ, ມີບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ, ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ພາຍໃນ ຫສພ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ຜາຄຳ ອິນແສງ ໄດ້ຍົກໃຫ້ເຫັນເນື້ອໃນ, ຄວາມໝາຍ, ຄວາມສຳຄັນ ຂອງການເລືອກຕັ້ງ ສສຊ ແລະ ສສຂ ຊຶ່ງແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ. ໃນນີ້, ຄະນະພັກຄະນະນໍາຕ້ອງເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວ ທາງດ້ານການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ມີສິດເລືອກຕັ້ງ (ອາຍຸ 18 ປີ ຂຶ້ນໄປ) ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ບົນພື້ຖານດັ່ງກ່າວ, ເຮັດໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຄວາມຕື່ນຕົວສະໝັກໃຈ ໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນຕາມລະບຽບກ່ຽວກັບການເລືອກຕັ້ງ.

ສະຫາຍ ຜາຄຳ ອິນແສງ ຍັງໄດ້ຍົກໃຫ້ເຫັນໂຄງປະກອບດ້ານເພດ, ຊົນເຜົ່າ, ອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງ, ໂຄງປະກອບຜູ້ອອກສະໝັກຮັບເລືອກຕັ້ງ ຈາກຂົງເຂດວຽກງານ, ຫລັກການກ່ຽວກັບການເລືອກຕັ້ງ, ຜູ້ມີສິດ-ບໍ່ມີສິດ ເລືອກຕັ້ງ ແລະ ສະໜັກຮັບເລືອກຕັ້ງ, ລວມທັງຂໍ້ຫ້າມສຳລັບຜູ້ມີສິດເລືອກຕັ້ງ ແລະ ອື່ນໆ.
ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານດັ່ງກ່າວ, ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດ ທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ


