ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ສະແດງດົນຕີສຽງແຫ່ງສິລິມຸງຄຸນ

Feb 16, 2026

ສະຖານເອກອັກຄະລັດຖະທູດຈີນ ປະຈໍາລາວ ຮ່ວມກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດງານໂດຍສູນວັດທະນະທໍາຈີນ ປະຈໍາລາວ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດງານສະແດງດົນຕີລາວ-ຈີນ “ສຽງແຫ່ງສິລິມຸງຄຸນ” ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ, ປີມິດຕະພາບລາວ-ຈີນ ແລະ ບຸນກຸດຈີນ ທີ່ປະເທດລາວ ປະຈຳ ປີ 2026 ຈັດຂຶ້ນໃນວັນທີ 13 ກຸມພານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍທ່ານນາງ ນາລີ ສີສຸລິດ ພັນລະຍາ, ມີການນຳພັກ-ລັດ, ທູຕານຸທູດ, ແຂກຮັບເຊີນລາວ-ຈີນ ເຂົ້າຮ່ວມ.
May be an image of text May be an image of dais and text
ໃນພິທີ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ຈີນ ປະຈຳ ລາວ ມີຄຳເຫັນວ່າ: ປີ 2026 ແມ່ນປີແຫ່ງ ຄວາມຫວັງ, ປີເລີ່ມຕົ້ນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XV ຂອງຈີນ ແລະ ແມ່ນປີທີ່ລາວຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢ່າງສຳເລັດຜົນ ພ້ອມທັງເລີ່ມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ນັບແຕ່ຕົ້ນນີ້ເປັນຕົ້ນມາ, ສາຍພົວພັນຈີນ-ລາວ ໄດ້ກ້າວເດີນໄປຢ່າງໜັກແໜ້ນ ໂດຍສະເພາະຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ພົບປະແລກປ່ຽນກັນຢ່າງເປັນປະຈຳ. ພາຍຫຼັງ ທ່ານ ທອງລຸນ ສີສຸລິດ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ອີກສະໄໝໜຶ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ກໍໄດ້ສົ່ງໂທລະເລກອວຍພອນໃນທັນທີ, ສົ່ງທູດພິເສດມາຢ້ຽມຢາມລາວ ເພື່ອສົ່ງສານທາງວາຈາ ແລະ ໄດ້ມີການແລກປ່ຽນຈົດໝາຍຊົມເຊີຍປີໃໝ່ຊຶ່ງກັນ ແລະ ກັນ, ຮ່ວມກັນປະກາດໃຫ້ປີນີ້ເປັນ “ປີມິດຕະພາບຈີນ – ລາວ” ແລະ ເລີ່ມກິດຈະກຳສະເຫຼີມສະຫຼອງຕ່າງໆ. ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງຜູ້ນຳສູງສຸດທັງສອງຝ່າຍ ໄດ້ສ້າງພະລັງອັນແຮງກ້າເຂົ້າໃນມິດຕະພາບ ຈີນ-ລາວ ເຮັດໃຫ້ເກີດຄວາມມີຊີວິດຊີວາ ແລະ ເພີ່ມທະວີຄວາມເຊື່ອໝັ້ນຢ່າງຫຼວງຫຼາຍ. ພວກເຮົາພ້ອມ ແລ້ວທີ່ຈະຮ່ວມກັບຝ່າຍລາວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ທາງດ້ານຍຸດທະສາດຂອງທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ ໂດຍຖືເອົາໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ “ປີມິດຕະພາບ ຈີນ-ລາວ” ເພື່ອເພີ່ມທະວີການສື່ສານທາງດ້ານຍຸດທະສາດ, ລົງເລິກການຮ່ວມມືແລກປ່ຽນ, ສືບທອດມິດຕະພາບທີ່ມີມູນເຊື້ອ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ໃຫ້ກ້າວໄປສູ່ເປົ້າໝາຍມາດຕະຖານສູງຄຸນນະພາບສູງ ແລະ ລະດັບສູງຢ່າງຕໍ່ເນື່ອງ ເຮັດໃຫ້ມິດຕະພາບ ຈີນ-ລາວ ສືບທອດຈາກຮຸ່ນສູ່ຮຸ່ນ ແລະ ມີຄວາທສົດຊື່ນຕະຫຼອດກາລະນານ.
May be an image of clarinet, violin, piano and text that says 'มดมต และธรบธราใหม่โดย: THE PIANIST VIENTIANE 2' May be an image of one or more people and crowd
ບຸນກຸດຈີນແມ່ນບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງປະຊາຊາດຈີນ ຊຶ່ງບົ່ງບອກເຖິງຄວາມໝາຍຂອງການພົບປະກັນຂອງຄອບຄົວ, ຄວາມມຸ່ງຫວັງ ແລະ ຄວາມຫວັງໃໝ່. ດົນຕີແມ່ນພາສາທີ່ບໍ່ມີເຂດແດນ, ສາມາດເຕົ້າໂຮມຄວາມຮູ້ສຶກ ແລະ ເຮັດໃຫ້ຈິດໃຈໃກ້ຊິດກັນໄດ້ດີທີ່ສຸດ. ສິ່ງນີ້ບໍ່ພຽງແຕ່ແມ່ນງານລ້ຽງທາງດ້ານສິລະປະລະດັບສູງ ເທົ່ານັ້ນ, ແຕ່ຍັງແມ່ນການປະຕິບັດຕົວຈິງຂອງຄວາມສວຍງາມທີ່ຫຼາກຫຼາຍ ແລະ ການຮ່ວມກັນສ້າງຄວາມສວຍງາມຂອງ ຈີນ-ລາວ ທັງແມ່ນ ຂອງຂວັນປີໃໝ່ມອບໃຫ້ໄຊຊະນະ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ມິດຕະພາບອັນຍິ່ງໃຫຍ່ ຈີນ-ລາວ. ປີໃໝ່ກຳລັງຈະເລີ່ມຕົ້ນ, ບົດເພງກຳລັງຈະບັນເລງ ໃນວັດທະນະທຳປີນັກສັດຂອງຈີນ ແລະ ລາວ, ປີໃໝ່ກຸດຈີນ ໃກ້ຈະມາເຖິງນີ້ແມ່ນ “ປີມ້າ”. ຂໍໃຫ້ພວກເຮົາຈົ່ງຮ່ວມກັນເສີມຂະຫຍາຍ “ຈິດວິນຍານມັງກອນ-ມ້າ”, ກ້າວໄປຂ້າງໜ້າຢ່າງຂະຫຍັນຂັບເຄື່ອນ, ຮ່ວມມືກັນຊຸກຍູ້ພາ ລະກິດສັງຄົມນິຍົມຂອງ ຈີນ-ລາວ ໃຫ້ກ້າວຂຶ້ນຢູ່ແຖວໜ້າ ແລະ ໃຫ້ມິດຕະພາບຈີນ-ລາວ ກ້າວໄປຂ້າງໜ້າຢ່າງສະຫງ່າງາມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ ມີຄຳເຫັນວ່າ: ການສະແດງດົນຕີຄັ້ງນີ້ ປະກອບມີ: ບົດເພງທີ່ມີເນື້ອໃນເວົ້າເຖິງມູນເຊື້ອສິລະປະວັດທະນະທໍາອັນດີງາມຂອງລາວ-ຈີນ, ມູນເຊື້ອການນຳ ພາຂອງພັກ ແລະ ບົດເພງອຳມະຕະ ສາກົນ ທີ່ມີຄວາມແຕກຕ່າງ ແລະ ຫຼາກຫຼາຍ. ພ້ອມດຽວກັນນີ້, ຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອ ຄວາມສາມັກຄີມິດຕະພາບແບບຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກໍຄືການສ້າງຄູ່ຮ່ວມຊາຕາກໍາສັງນິຍົມ ທີ່ມີຄວາມໝາຍຍຸດທະສາດສອງຊາດ ລາວ-ຈີນ, ຈີນ-ລາວ.
May be an image of violin and text May be an image of clarinet, violin, oboe, piano and text that says '一杯美酒 一杯美酒(1984年) (1984年) 演唱: 演唱:躍今起 霍今起 词: 词:艾克拜尔 艾克拜尔 曲: 曲:周湘林 面 曲 周湘林'
ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຖືສໍາຄັນຕໍ່ການຈັດຕັ້ງປະຕິ ບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະແມ່ນການສົ່ງເສີມແລກປ່ຽນ ດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ ເພື່ອເຮັດໃຫ້ມູນເຊື້ອ ການພົວພັນຮ່ວມມື ລາວ-ຈີນ ຢັ່ງຮາກຝັງເລິກຢູ່ໃນຈິດໃຈຂອງປະຊາຊົນສອງຊາດ ແລະ ຕີລາຄາສູງຕໍ່ການຈັດງານໃນຄັ້ງນີ້, ຖືເປັນເວທີໜຶ່ງທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງໃຫ້ຄະນະສິລະປະທັງສອງປະເທດ ລາວ-ຈີນ ກໍຄືການສົ່ງເສີມການຮ່ວມມືດ້ານວັດທະນະທຳ ແລະ ເປັນຂົວຕໍ່ມິດຕະພາບທີ່ສຳຄັນ ເຮັດໃຫ້ວັດທະນະທຳ, ປະຊາຊົນສອງຊາດ ລາວ-ຈີນ ໄດ້ຫຍັບ ມໍ່ເຂົ້າຫາກັນຫຼາຍຂຶ້ນ. ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຄູ່ຮ່ວມຍຸດ ທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍດ້ວຍໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ. ຈັດສະແດງງານຄັ້ງນີ້ໂດຍ: ໂຮງລະຄອນສູນກາງຈີນ ແລະ ຄະນະດົນຕີບັນເລງປະສານສຽງເດິເປຍມິສ ວຽງຈັນ.
ພາບ: ວັນເພັງ