ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດປ້າຍໂຮງງານ DDS 789 Konjaclao Goup ຜະລິດຕະພັນຈາກແປ້ງຫົວດຸກເດືອ ຫຼື ຫົວພຸກສາຍພັນລາວ-ຈົງຈິງຢາໂມ້ຢີ້

Feb 17, 2026

ຕອນເຊົ້າຂອງວັນທີ 28 ມັງກອນ 2026 ບໍລິສັດດວງດາວສະຫວັນຈໍາກັດຜູ້ດຽວ ໄດ້ຈັດພິທີເປີດປ້າຍໂຮງງານຜະລິດແປ້ງຈາກຫົວດຸກເດືອ ຫຼື ຫົວພຸກສາຍພັນລາວ-ຈົງຈິງຢາໂມ້ຢິ້ ຢ່າງເປັນທາງການ ທີ່ບ້ານນາຫວາຍ ເມືອງຫີນເຫີບ ແຂວງວຽງຈັນ, ມີນາຍບ້ານ 10 ກວ່າບ້ານ ກຸ່ມນາຊໍາ, ແຂກຖຶກເຊີນ ແລະ ປະຊາຊົນເຂົ້າຮ່ວມຈໍານວນຫຼາຍ.
May be an image of text
ທ່ານ ນາງ ດວງຈັນ ຄໍາມະວົງ ປະທານ ບໍລິສັດ ດວງດາວສະຫວັນ ຈໍາກັດຜູ້ດຽວກ່າວວ່າ: ໂຮງງານຜະລິດແປ້ງຈາກຫົວດຸກເດືອ ຫຼື ຫົວພຸກສາຍພັນລາວ-ຈົງຈິງຢາໂມ້ຢິ, ຈະຜະລິດ 3 ສິນຄ້າຫຼັກ ຄື: (1)ຜະລິດອາຫານເຊັ່ນ: ເຂົ້າສານ, ກາເຟ, ໝີ່, ເຂົ້າປຽກ ແລະອື່ນໆ. (2) ຜະລິດເປັນຢາປົວພະຍາດ ໂດຍສະເພາະຢາປົວມະເຮັງ, (3)ຜະລິດເຄື່ອງສໍາອາງ ທັງໝົດປະມານ 28 ຊະນິດ, ກຳລັງການຜະລິດຂອງໂຮງງານແມ່ນສາມາດຜະລິດໄດ້150 ໂຕນຕໍ່ວັນ, ແຕ່ການຜະລິດຕົວຈິງແມ່ນຂຶ້ນກັບວັດຖຸດິບທີ່ເຂົ້າມາປ້ອນໂຮງງານໃນແຕ່ລະວັນ ຖ້າມີຫຼາຍແມ່ນຜະລິດຫຼາຍ ແລະ ມີໜ້ອຍແມ່ນຜະລິດໜ້ອຍ, ຊຶ່ງບໍລິສັດໄດ້ສ້າງໂຮງງານ 2 ລະບົບ ຄື: ລະບົບທີ1 ຈະສ້າງຂຶ້ນຢູ່ທຸກແຂວງໃນທົ່ວປະເທດ ນັ້ນແມ່ນໂຮງງານສໍາລັບຊອຍຫົວດຸກເດືອ ໃຫ້ເປັນແຜນບາງໆ, ອົບໃຫ້ແຫ້ງດີ ແລ້ວບົດເປັນແປ້ງ ແລ້ວສົ່ງມາເຂົ້າໂຮງງານແມ່ຢູ່ແຫ່ງນີ້ ເພື່ອຜະລິດເປັນຜະລິດຕະພັນຕ່າງໆ. ສ່ວນມູນຄາການກໍ່ສ້າງທັງໝົດແມ່ນ 2,800,000 ກວ່າໂດລາ ຫຼື ປະມານ 19,000,000 ກວ່າຢວນສະກຸນເງິນຈີນ.
May be an image of one or more people
ສຳລັບຕະຫຼາດຈຳໜ່າຍສິນຄ້າທີ່ທາງໂຮງງານຜະລິດອອກມານັ້ນ ທາງບໍລິສັດໄດ້ເຊັນສັນຍາກັບປະເທດຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕຣາລີ, ຝຣັ່ງ ແລະປະເທດອື່ນໆຢູ່ໃນໂລກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາລາວເຮົາໃຫ້ຫຼາຍຂຶ້ນ, ເປັນການຫຼຸດຜ່ອນການນໍາເອົາຜະລິດຕະພັນຊະນິດດັ່ງກ່າວ ຈາກຕ່າງປະເທດເຂົ້າມາຈໍາໜ່າຍຢູ່ໃນລາວ, ນອກຈາກສົ່ງອອກຕ່າງປະເທດແລ້ວ ຍັງຈະຈຳໜ່າຍຢູ່ພາຍໃນປະເທດຕື່ມອີກ.
ທ່ານນາງ ດວງຈັນ ຄຳມະວົງ ໃຫ້ຮູ້ຕື່ມວ່າ: ທຸກຢ່າງທີ່ບໍລິສັດຂອງພວກເຮົາເຮັດມານັ້ນ ເພື່ອສົ່ງເສີມໃຫ້ປະຊາຊົນລາວບັນດາເຜົ່າ ມີວຽກເຮັດງານທໍາ ໂດຍທາງບໍລິສັດຈະມອບແນວພັນຫົວດຸກເດືອ ຫຼື ຫົວພຸກສາຍພັນລາວ-ຈົງຈິງຢາໂມ້ຢີ້ ໃຫ້ປະຊາຊົນຜະລິດ ແລະ ຂາຍໃຫ້ໂຮງງານພວກເຮົາ ເພື່ອສ້າງລາຍຮັບເຂົ້າຄອບຄົວຂອງປະຊາຊົນ, ດັ່ງຄໍາຂັວນທີ່ບໍລິສັດວາງອອກວ່າ: ຄົນລາວຜະລິດ ຄົນລາວຊົມໃຊ້ ຄົນລາວຮັ່ງມີຈະເລີນ ກໍຄືບໍລິສັດໄດ້ ປະຊາຊົນໄດ້ ພັກ ແລະ ລັດໄດ້ %
May be an image of text
ໂດຍ: ບຸນຍັງ ອິເວ້ອົມລາດ