ໃນວັນທີ 17 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ຈໍານວນ 7 ຄື: ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ມີສຳນັກງານຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ເປັກກາ ວູຕິໄລເນິນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ແຟງລັງ ປະຈຳ ສປປ ລາວ, ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ; ທ່ານ ຮານີ ມົດສ໌ຕາຟາ ຮັດຊານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຮັບ ເອຢິບ ປະຈໍາ ສປປ ລາວ, ມີສຳນັກ ງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ; ທ່ານ ອິຣັກລີ ອາຊາຊີວິວລີ ເອກອັກຄະລັດຖະທູດ ແຫ່ງ ຊອກຊີ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ກົວລາລຳເປີ, ມາເລເຊຍ; ທ່ານ ນາງ ຄາທາຣິນາ ວີຊາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ບາງກອກ, ປະເທດໄທ; ທ່ານ ດາຣຸດສ໌ ເກດີສ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ສິງກະໂປ ແລະ ທ່ານ ອາເລັກຊານເດີ ມີໂສບຊິນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະໂລວັກ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດ ທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ບັນດາທູດຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະ ເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.
ໃນວັນດຽວກັນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາເອກອັກຄະລັດຖະທູດຂອງ ສປປ ລາວ ຈໍານວນ 3 ທ່ານ ເພື່ອໄປປະຈໍາຢູ່ຕ່າງປະເທດ, ຊຶ່ງປະກອບມີ: ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ; ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກໍາປູເຈຍ ແລະ ທ່ານ ເກີລໍ່ ຢາງກໍ່ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ລັດ ກູເວດ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດທັງສາມ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ, ພ້ອມທັງໄດ້ມີຄໍາເຫັນຊີ້ນຳ ໃຫ້ສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະ ກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.


ພາບ: ອ່າຍຄຳ


