ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກເລືອກຕັ້ງ ສສຊ ລົງພົບປະຜູ້ມີສິດປ່ອນບັດເລືອກຕັ້ງ 4 ບ້ານເມືອງນາຊາຍທອງ

Feb 17, 2026

ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນສືບຕໍ່ລົງເຄື່ອນໄຫວຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນວັນທີ 22 ກຸມພາ 2026 ນີ້ ໃນວັນທີ 16 ກຸມພາ 2026 ຜູ້ລົງສະໝັກເລືອກຕັ້ງ ສສຊ ຈຸທີ2 ໄດ້ເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວນໍາຜູ້ມີສິດປ່ອນບັດເລືອກຕັ້ງກັບປະຊາຊົນ 4 ບ້ານຄື: ບ້ານໂພນຄຳ ນາໜາດ ຫົວນາ ແລະ ບ້ານນາທ່ອນ ທີ່ວັດບ້ານໂພນຄໍາ ເມືອງນາຊາຍທອງ ຖືກຕ້ອນຮັບໂດຍຄະນະນຳເມືອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.
ສຳລັບຈຸທີ 2 ມີ 5 ທ່ານຄື ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ສະມາຊິກສະພາປະຊາ ຊົນ ນວ (ເບີ 3) ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ເບີ ທ່ານ ວຽງທອງ ສໍພາບມີໄຊ ຫົວໜ້າພະແນກຍຸຕິທຳ ນວ (ເບີ 15) ທ່ານ ສົມບັດ ຈັນທະມາດ ປະທານຄະນະກຳມະການເສດ ຖະກິດ ແຜນການ ແລະ ການ ເງິນສະພາປະຊາຊົນ ນວ (ເບີ 18) ແລະ ທ່ານ ນາງ ຈຳປາທອງ ທະລົງແສງຈັນ ຮອງປະທານສະມາ ຄົມນັກທຸລະກິດຍິງ (ເບີ 23)
May be an image of one or more people, dais, temple and text May be an image of one or more people, dais and text