ວັນທີ 17 ກຸມພາ 2026 ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໜ່ວຍທີ 4 ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງນໍາຜູ້ມີສິດປ່ອນບັດເລືອກຢູ່ບ້ານ ນາຂ່າ ໂພນມ່ວງ ຮ່ອງງົວ ແລະ ບ້ານແສນດິນ ຢູ່ວັດບ້ານໂພນມ່ວງ ຖືກຕ້ອນຮັບໂດຍຄະນະນຳເມືອງ ນາຍບ້ານ ຮອງນາຍບ້ານ ພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ4 ບ້ານເຂົ້າຮ່ວມ.
ສຳລັບຈຸທີ 4 ທີ່ລົງຫາສຽງຄັ້ງນີ້ນຳໂດຍທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ນ້ຳເບີ 4 ພ້ອມຄະນະອີກ 4 ທ່ານ ເຊິ່ງໃນການລົງເຄື່ອນໄຫວແຕ່ລະທ່ານກໍໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ເໝາະສົມເພື່ອເປັນຕົວ ແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມກັນນີ້ຜູ້ລົງສະໝັກເລືອກຕັ້ງກໍໄດ້ໃຫ້ທັດສະນະວ່າພາຍຫຼັງໄດ້ຮັບການເລືອກຕັ້ງເປັນ ສສຊ ແລ້ວຈະສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ດີທີ່ສຸດ ປະຕິບັດພາ ລະບົດຂອງຂອງສະພາແຫ່ງຊາດກໍຄື ສະພາປະຊາຊົນໃຫ້ສົມກັບວ່າເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ.



