ວັນທີ 18 ກຸມພາ 2026ນີ້, ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ຈໍານວນ 4 ທ່ານ ຍິງ 2 ທ່ານ (ຈາກຈຳນວນຜູ້ສະໝັກທັງໝົດ 14 ທ່ານ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ)ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ ແກ້ວອຸດົມ ຈໍານວນ 7 ທ່ານ ຍິງ 1 ທ່ານ ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ ບ້ານຫາດທາແກ້ວອຸດົມ ເປັນຈຸດສຸດທ້າຍຂອງທີມທີ1. ໂດຍການນໍາພາຂອງທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະຂັ້ນແຂວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນ 6 ບ້ານ ໃນເຂດລ້ອງລີກເຂົ້າຮ່ວມ.

ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຜົນດີ, ມີຄວາມເປັນເອກະພາບໃນທົ່ວແຂວງ ທັງຮັບປະກັນການນຳພາຂອງພັກ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ; ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງຄົບຖ້ວນ, ຖືກຕ້ອງຕາມລະບຽບຫຼັກການ; ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮູ້, ໄດ້ເຫັນ ຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງ ແລ້ວໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນ ເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ.

ໃນການໂຄສະນາຫາສຽງຄັ້ງນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ; ພ້ອມນັ້ນ, ຜູ້ສະໝັກຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.
ສຳລັບ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈໍານວນ 14 ທ່ານ ຍິງ 5 ທ່ານ ທີ່ຈະໄດ້ປ່ອນບັດເລືອກຕັ້ງເອົາ 10 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ ມີຈໍານວນ 7 ທ່ານ ຍິງ 1 ທ່ານ ທີ່ຈະໄດ້ປ່ອນບັດເລືອກຕັ້ງເອົາ 5 ທ່ານ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.
ຂ່າວ-ພາບ: ບຸນມາ ແກ້ວບຸດດາ


