ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ໃນວັນທີ 18 ກຸມພາ 2026 ໂດຍການປາຖະກະຖາຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາພັກ ຮອງຫົວໜ້າຄະນະໂຄສະນາສູນກາງພັກ, ມີບັນດາຄະນະກົມ, ຫ້ອງການ, ພະນັກງານອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ. ທັງນີ້, ກໍເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ຜູ້ອອກແຮງງານ ຮັບຮູ້ເຖິງຄວາມໝາຍ ຄວາມສໍາຄັນ ພາລະບົດບາດ, ສິດໜ້າທີ່ຂອງສະຫະພັນກໍາມະບານລາວໃນໄລຍະໃໝ່.
ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ເລົ່າຄືນມູນເຊື້ອ ການເຕີບໃຫຍ່ ແລະ ການຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ຕະຫລອດໄລຍະ 70 ປີ ໂດຍທ່ານໄດ້ຍົກໃຫ້ເຫັນພາລະກໍາປະຫວັດສາດ, ຈຸດພິເສດ ແລະ ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວ ໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາປະເທດຊາດ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວໃນເມື່ອກ່ອນຈົນເຖິງປະຈຸບັນ, ພ້ອມທັງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນ ແລະ ທິດທາງໃນການພັດທະນາວຽກງານກໍາມະບານລາວໃນຕໍ່ໜ້າ ຂອງສູນກາງສະຫະພັນກຳມະບານລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ.

ການຈັດປາຖະກະຖາຄັ້ງນີ້, ກໍເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກກໍາມະບານ, ກໍາມະກອນ ຜູ້ອອກແຮງງານ ຮັບຮູ້ເຖິງຄວາມໝາຍ ຄວາມສໍາຄັນ ພາລະບົດບາດ, ສິດໜ້າທີ່ຂອງສະຫະພັນກໍາມະບານລາວໃນໄລຍະໃໝ່ ຊຶ່ງເປັນອົງການຈັດຕັ້ງທີ່ເປັນຕົວແທນ ແຫ່ງການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ, ທັງເປັນການປຸກລະດົມຂົນຂວາຍໂຄສະນາໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນຜູ້ອອກແຮງງານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນ ກໍາມະບານລາວ ທີ່ໄດ້ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປັດຈຸບັນ ຂອງຊົນຊັ້ນກໍາມະກອນລາວ, ຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນໃສ່ການປູກຈິດສໍານຶກ ແລະ ຫວນຄືນມູນເຊື້ອອົງອາດກ້າຫານຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານລາວ ແລະ ປຸກລະດົມໃຫ້ສະມາຊິກກໍາມະບານຕັ້ງໜ້າປະຕິບັດວຽກງານ ວິຊາສະເພາະ, ມີລະບຽບວິໄນ ໃນການອອກແຮງງານ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 5 ເປັນເຈົ້າໂດຍຕິດພັນ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ອີກດ້ວຍ.
ພາບ: ອ່າຍຄຳ


