ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ 10. ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ນັ່ງສາດໂອ້ລົມເປີດໃຈຮັບຟັງສຽງປະຊາຊົນແບບເປັນກັນເອງ

Feb 18, 2026

​ຕອນບ່າຍ ວັນທີ 17 ກຸມພາ 2026, ໄດ້ເກີດພາບປະທັບໃຈປະຊາຊົນບ້ານນາຝັ່ງ ເມືອງໂຂງ ແຂວງຈຳປາສັກ ເປັນຢ່າງຍິ່ງ ເພາະຄະນະຜູ້ສະໝັກຮັບເລືອກ​ຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)​ ຊຸດທີ 10 ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2​ ຈໍານວນ​ 10​ ທ່ານ,​ ຍິງ​ 3​ ທ່ານ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ​ ນັ່ງສາດໂອ້ລົມເປີດໃຈຮັບຟັງສຽງປະຊາຊົນແບບເປັນກັນເອງ; ສະແດງໃຫ້ເຫັນເຖິງແບບແຜນການເຮັດວຽກທີ່ລຽບງ່າຍ ແລະ ຈິງໃຈ ໃນການລົງເຄື່ອນໄຫວຫາສຽງ ແລະ ພົບປະປະຊາຊົນບັນດາເຜົ່າ.
​ສິ່ງທີ່ເຮັດໃຫ້ການພົບປະຄັ້ງນີ້ແຕກຕ່າງຈາກທຸກຄັ້ງທີ່ເຄີຍເຫັນຜ່ານມາ ແມ່ນພາບທີ່ຄະນະຜູ້ສະໝັກຮັບເລືອກ​ຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)​ ຊຸດທີ 10 ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2​ ຈໍານວນ​ 10​ ທ່ານ,​ ຍິງ​ 3​ ທ່ານ ໄດ້ “ປູສາດນັ່ງ” ຮ່ວມກັບປະຊາຊົນ ຢູ່ກາງສາລາໂຮງທຳແບບເປັນກັນເອງ. ເພິ່ນໄດ້ເລືອກທີ່ຈະບໍ່ນັ່ງຕັ່ງສູງ ຫຼື ນັ່ງຢູ່ເທິງເວທີທີ່ແຍກຫ່າງຈາກຊາວບ້ານ, ແຕ່ກັບເລືອກທີ່ຈະນັ່ງໃນລະດັບດຽວກັນ ເພື່ອໂອ້ລົມ ແລະ ຮັບຟັງທຸກບັນຫາຢ່າງໃກ້ຊິດ.
May be an image of one or more people, temple and text May be an image of dais
​ທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ ໄດ້ກ່າວໃນລະຫວ່າງການສົນທະນາວ່າ: ການທີ່ຂ້າພະເຈົ້າເລືອກມານັ່ງຢູ່ຈຸດນີ້, ຢູ່ເທິງສາດຜືນດຽວກັນກັບປະຊາຊົນ, ເພື່ອຢາກບອກວ່າ ພວກເຮົາຄືຄອບຄົວດຽວກັນ, ບໍ່ມີກຳແພງກັ້ນລະຫວ່າງ ຜູ້ແທນ ກັບ ປະຊາຊົນ, ເມື່ອພວກເຮົາໃກ້ຊິດກັນ, ຂ້າພະເຈົ້າຈຶ່ງຈະສາມາດໄດ້ຍິນສຽງທີ່ແທ້ຈິງ ແລະ ເຂົ້າໃຈເຖິງຄວາມຮຽກຮ້ອງຕ້ອງການຂອງທຸກທ່ານໄດ້ຢ່າງເລິກເຊິ່ງ. ຈາກນັ້ນ ເລຂາພັກແຂວງ ໄດ້ມີຄໍາເຫັນຍົກໃຫ້ເຫັນພາລະບົດບາດ,​ ສິດ​ໜ້າທີ່​ ແລະ​ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ.​ ການເລືອກຕັ້ງ ສສຊ​ ແລະ​ ສສຂ ເພື່ອປັບປຸງກົນໄກການບໍລິຫານລັດ ໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ,​ ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ.​ ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.​ ທັງນີ້​, ເພື່ອໃຫ້ຄະນະພັກ​ – ອົງການ​ປົກຄອງ​ ແລະ​ ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ.​ ​ໜຶ່ງສຽງຂອງທ່ານ ມີຄວາມໝາຍສຳຄັນ,​ ການໄປໃຊ້ສິດເລືອກຕັ້ງ ແມ່ນໜ້າທີ່ອັນສຳຄັນຂອງພົນລະເມືອງລາວທຸກຄົນ, ເລືອກຄົນດີ,​ ມີຄວາມຮູ້,​ ຄວາມສາມາດ ເຂົ້າສູ່ສະພາ ເພື່ອເປັນຕົວແທນປົກປ້ອງຜົນປະໂຫຍດໃຫ້ແກ່ປວງຊົນ,​ ຮັບໃຊ້ປະຊາຊົນ​ ແລະ​ ພັດທະນາທ້ອງຖິ່ນໃຫ້ນັບມື້ຂະຫຍາຍຕົວ,​ ຈົ່ງພ້ອມກັນໄປປະຕິບັດສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍ 4000./. ສຳລັບຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ​ ຊຸດທີ 10 ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີທັງໝົດ 20 ທ່ານ,​ ຍິງ​ 5 ທ່ານ,​ ໃນນັ້ນ ເລືອກເອົາ​ 15​ ທ່ານ.
​ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມນາຝັ່ງ ໄດ້ເວົ້າດ້ວຍຄວາມຊົມເຊີຍວ່າ: “ຜ່ານມາເຄີຍເຫັນແຕ່ເພິ່ນນັ່ງຕັ່ງສູງໆ ບາງເທື່ອເຮົານັ່ງພື້ນກໍຮູ້ສຶກເກງໃຈ, ແຕ່ມື້ນີ້ ຜູ້ສະໝັກ ສສຊ ເພິ່ນລົງມານັ່ງນຳເຮົາເລີຍ ເຮັດໃຫ້ເຮົາກ້າເວົ້າ ກ້າສະເໜີບັນຫາ ດ້ວຍຄວາມໝັ້ນໃຈ ແລະ ຮູ້ສຶກອົບອຸ່ນຄືເພິ່ນເປັນລູກເປັນຫຼານໃນບ້ານແທ້ໆ.”
May be an image of one or more people, flute, temple, dais and text May be an image of dais, temple and text
​ພາບການນັ່ງສາດໂອ້ລົມກັນໃນຄັ້ງນີ້ ບໍ່ພຽງແຕ່ເປັນພາບທີ່ສວຍງາມໃນທາງສາຍຕາເທົ່ານັ້ນ, ແຕ່ຍັງເປັນສັນຍະລັກແຫ່ງຄວາມຖ່ອມຕົວ ແລະ ຄວາມຕັ້ງໃຈຈິງທີ່ຈະຮັບໃຊ້ປວງຊົນຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ 10 ອີກດ້ວຍ.
ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນຕອນເຊົ້າວັນດຽວກັນຄະນະຜູ້ສະໝັກຮັບເລືອກ​ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)​ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈໍານວນ​ 10​ ທ່ານ,​ ຍິງ​ 3​ ທ່ານ ນໍາໂດຍທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ​ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ກຸ່ມ​ຫາດຊາຍຄູນ ເຊິ່ງຖືກຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ