ໃນຄໍ່າຄືນຂອງວັນທີ 16 ກຸມພານີ້, ທົ່ວໂລກໄດ້ເຫັນການສະແດງທີ່ງົດງາມພາຍໃນງານລາຕີສະຫຼອງບຸນກຸດຈີນ 2026 ທີ່ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ເພື່ອມອບຄວາມສຸກ, ສິຣິມຸງຄຸນ ແລະ ຄວາມມ່ວນຊື່ນໃຫ້ແກ່ຜູ້ຊົມທົ່ວໂລກ, ແລະ ນໍາພາທົ່ວໂລກກ້າວໄປຂ້າງໜ້າຄືດັ່ງມ້າທີ່ແລ່ນໄປໜ້າຢ່າງບໍ່ຢຸດຢັ້ງ. ງານດັ່ງກ່າວໄດ້ເຮັດໃຫ້ວັດທະນະທໍາ, ວິທະຍາສາດເຕັກໂນໂລຊີ ແລະ ຄວາມເປັນສາກົນເຊື່ອມໂຍງເຂົ້າກັນກາຍເປັນ “ບົດເພງໃນລະດູບານໃໝ່” ທີ່ຊາບຊຶ້ງ ແລະ ກາຍເປັນເພື່ອນມິດຄູ່ໃຈສໍາລັບຊາວຈີນໃນທົ່ວໂລກ ກໍຄື ເພື່ອນມິດຕ່າງປະເທດ ເພື່ອຮ່ວມກັນຕ້ອນຮັບປີໃໝ່ຈີນປີມະເມຍ ຫຼື ປີມ້າແຫ່ງຄວາມສາມັກຄີ, ກົມກຽວ ແລະ ບຸກບືນສູ້ຊົນ.
ງານລາຕີດັ່ງກ່າວ, ມີການສະແດງຫຼາກຫຼາຍລາຍການທີ່ສວຍງາມເຊິ່ງສະແດງໃຫ້ເຫັນເຖິງຮີດຄອງປະເພນີ, ວັດທະນະທໍາ, ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ຂອງຈີນ. ໃນນັ້ນ ສິ່ງໜຶ່ງທີ່ສ້າງຄວາມຮືຮາ ແລະ ດຶງດູດໃຈຜູ້ຊົມທີ່ສຸດພຽງຊົ່ວຂ້າມຄືນ ນັ້ນຄື ບັນດາຫຸ່ນຍົນມະນຸດອັດສະລິຍະໄດ້ກ້າວຂຶ້ນສູ່ເວທີສະແດງຂອງງານ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມສໍາເລັດອັນຍິ່ງໃຫຍ່ໃນດ້ານອຸດສາຫະກໍາຫຸ່ນຍົນ ແລະ ປັນຍາປະດິດ (AI) ທີ່ຂະຫຍາຍຕົວຢ່າງກ້າວກະໂດດຂອງຈີນ.

ຫຸ່ນຍົນມະນຸດດັ່ງກ່າວ ໄດ້ສະແດງໃນຫຼາຍຮູບແບບ, ທັງການຟ້ອນສິລະປະການຕໍ່ສູ້ປ້ອງກັນໂຕ, ຈົນເຖິງການຮ່ວມສະແດງໃນບົດຕະຫຼົກ ແລະ ການສະແດງທີ່ມີລັກສະນະ ສ້າງສັນອື່ນໆ. ໃນນັ້ນ ໜຶ່ງໃນການສະແດງທີ່ສໍາຄັນ ແລະ ໜ້າຈົດຈໍາທີ່ສຸດແມ່ນການທີ່ກຸ່ມຫຸ່ນຍົນມະນຸດຮ່ວມກັບເຍົາວະຊົນສະແດງທັກສະການຕໍ່ສູ້ຜ່ານການຈັດລໍາດັບທ່າທາງຢ່າງແມ່ນຢໍາ ແລະ ພ້ອມພຽງກັນຈົນກາຍເປັນການສະແດງທີ່ສາມາດຢຸດສາຍຕາຜູ້ຊົມພາຍໃນງານ, ລວມທັງຜູ້ທີ່ຮັບຊົມຜ່ານການຖ່າຍທອດສົດທັງພາຍໃນ ແລະ ຕ່າງປະເທດ. ນອກຈາກຄວາມແຂງແກ່ນແລ້ວ, ຫຸ່ນຍົນມະນຸດເຫຼົ່ານີ້ຍັງສະແດງຄວາມລະອຽດອ່ອນໃນທັກສະຊີວິດປະຈໍາວັນ ເຊັ່ນ: ການພັບເສື້ອຜ້າ, ການກິ້ງລູກວອນນັດ ( Walnut) ເທີງຝາມື ເຊິ່ງເປັນທ່າບໍລິຫານມືຕາມປະເພນີຈີນບູຮານທີ່ຊ່ວຍສົ່ງເສີມສຸຂະພາບ ແລະ ຄວາມຄ່ອງແຄ້ວຂອງນິ້ວມື.
ບຸນກຸດຈີນຖືກຮອງຮັບເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດຂອງອົງການອຸຍແນັສໂກໃນເດືອນທັນວາ ປີ 2024. ປັດຈຸບັນ, ເກືອບ 20 ປະເທດ ແລະ ເຂດແຄວ້ນທົ່ວໂລກໄດ້ກຳນົດບຸນກຸດຈີນເປັນວັນພັກລັດຖະການ, ປະຊາກອນເກືອບ 20% ຂອງໂລກໄດ້ສະຫຼອງບຸນກຸດຈີນ, ແລະ ການຮັບຊົມງານລາຕີສະຫຼອງບຸນກຸດຈີນ ຫຼື ເປັນທີ່ຮູ້ຈັກໃນຊື່: “ຊຸນຫວັນ”(Chunwan)” ຖືເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນປະເທດຈີນ. ນັບແຕ່ເລີ່ມອອກອາກາດຄັ້ງທໍາອິດໃນປີ 1983, ງານດັ່ງກ່າວໄດ້ຮັບການບັນທຶກໃນສະຖິຕິໂລກ (Guinness World Records) ວ່າເປັນລາຍການໂທລະພາບປະຈໍາປີທີ່ມີຜູ້ຊົມຫຼາຍທີ່ສຸດ.

ໃນງານລາຕີສະຫຼອງບຸນກຸດຈີນ 2026 ມີ 4 ບໍລິສັດດ້ານການຜະລິດຫຸ່ນຍົນມະນຸດທີ່ກໍາລັງມາແຮງ ຄື: ຢູນິທຣີ ໂຣໂບຕິກ (Unitry Robotics), ກັລບອຕ (Galbot), ໂນອີຕິກ (Noetix) ແລະ ເມຈິກແລບ (MagicLab) ໄດ້ນໍາເອົາຜະລິດຕະພັນຂອງຕົນເຂົ້າຮ່ວມສະແດງ ເຊິ່ງຖືເປັນເຫດການສໍາຄັນທາງວັດທະນະທໍາຂອງຈີນ ທີ່ມີອິດທິພົນທຽບເທົ່າກັບການແຂ່ງຂັນຊູເປີໂບຂອງອາເມຣິກາກໍວ່າໄດ້ ເຊິ່ງເຫັນວ່າໄດ້ຮັບການຕອບຮັບຈາກຜູ້ຊົມເປັນຢ່າງດີ, ທັງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມກ້າວໜ້າແບບກ້າວກະໂດດຂອງຈີນໃນດ້ານນີ້, ພ້ອມທັງໄດ້ຮັບການຕອບຮັບ ແລະ ຊື່ນຊົມເປັນຢ່າງດີຈາກທົ່ວໂລກ.
ທ່ານ ຫວາງ (Wang) ຈາກ Unitree ໃຫ້ສໍາພາດຕໍ່ນັກຂ່າວ CCTV ວ່າ: ປີນີ້ຫຸ່ນຍົນມະ ນຸດສາມາດປ່ຽນຮູບຂະບວນ ແລະ ເຄື່ອນໄຫວທ່າການຕໍ່ສູ້ຂະນະທີ່ແລ່ນດ້ວຍຄວາມໄວສູງ ເຊິ່ງຖືເປັນການເປີດຕົວຄັ້ງທຳອິດຂອງໂລກສຳລັບເຕັກໂນໂລຊີຄວບຄຸມກຸ່ມທີ່ມີການເຄື່ອນໄຫວ ແລະ ການປະສານງານລະດັບສູງ. ເຕັກນໂລຊີດັ່ງກ່າວມີປະສິດທິພາບໃນດ້ານການປະຕິບັດງານສູງ ແລະ ເປັນພື້ນຖານໃຫ້ແກ່ການນຳໃຊ້ຫຸ່ນຍົນມະນຸດໃນອະນາຄົດ. ຂະນະດຽວກັນຢູ່ Weibo (ສື່ສັງຄົມອອນລາຍຈີນ), ຊາວເນັດຫຼາຍຄົນສະແດງຄວາມເຫັນວ່າ: ບໍ່ໜ້າເຊື່ອວ່າຫຸ່ນຍົນມະນຸດຂອງຈີນຈະພັດທະນາໄດ້ໄວພຽງນີ້, ປີຜ່ານມາສາມາດເຮັດໄດ້ບາງລາຍການເທົ່ານັ້ນ, ແລະ ບາງຄົນເວົ້າວ່າ: ງານລາຕີບຸນກຸດຈີນປີນີ້ຄືກັບການແນະນໍາຜະລິດຕະພັນໃໝ່ຫຼ້າສຸດ, ສ່ວນຜູ້ໃຊ້ X (Twitter) ຈໍານວນຫຼວງຫຼາຍຕ່າງໂພສຍ້ອງຍໍຊົມເຊີຍຕໍ່ການພັດທະນາຫຸ່ນຍົນມະນຸດຂອງຈີນ.
ອີງຕາມຂໍ້ມູນຈາກບໍລິສັດອອມເດຍ (Omdia) ເຊິ່ງເປັນບໍລິສັດທີ່ປຶກສາດ້ານເຕັກໂນໂລຊີລະດັບໂລກ ໃຫ້ຮູ້ວ່າ: ຈີນກາຍເປັນຜູ້ຜະລິດຫຸ່ນຍົນມະນຸດໃຫຍ່ທີ່ສຸດຂອງໂລກໃນປີ 2025, ໃນນີ້ອັດຕາສ່ວນຂອງການສົ່ງອອກຫຸ່ນຍົນມະນຸດຂອງຈີນສູງເຖິງ 90% ຂອງຈໍານວນຫຸ່ນຍົນມະນຸດປະມານ 13,000 ໂຕທີ່ສົ່ງອອກທົ່ວໂລກໃນປີ 2025, ລື່ນກາຍຄູ່ແຂ່ງຄືອາເມຣິກາ ແລະ ຫຸ່ນຍົນ ອອປຕິມັສຂອງເທສລາ. ຂະນະທີ່ Morgan Stanley ເຊິ່ງເປັນບໍລິສັດໃຫ້ບໍລິການທາງການເງິນລະດັບໂລກ ຄາດຄະເນວ່າ: ຍອດຈໍາໜ່າຍຫຸ່ນຍົນມະນຸດຂອງຈີນຈະເພີ່ມຂຶ້ນເປັນ 28,000 ໂຕພາຍໃນປີ 2026.

ການນໍາເອົາຫຸ່ນຍົນມະນຸດເຂົ້າຮ່ວມສະແດງໃນງານລາຕີສະຫຼອງບຸນກຸດຈີນ 2026 ຖືເປັນການສະແດງໃຫ້ໂລກໄດ້ເຫັນຄວາມກ້າວໜ້າຢ່າງກ້າວກະໂດດໃນດ້ານເຕັກໂລໂລຊີ, ການປະສົມປະສານລະຫວ່າງວັດທະນະທໍາກັບເຕັກໂນໂລຊີ, ປະສິດທິພາບໃນດ້ານການຄ້າ ແລະ ການໃຊ້ງານຕົວຈິງ, ລວມເຖິງພາບລັກດ້ານນະວັດຕະກໍາຂອງຈີນ ເພາະໃນງານລາຕີຄັ້ງນີ້ CMG ໄດ້ຖ່າຍທອດສົດຜ່ານສື່ຕ່າງໆ ເຊິ່ງອີງຕາມຂໍ້ມູນເບື້ອງຕົ້ນ, ນັບແຕ່ເວລາ 20 ໂມງ ຫາ 24 ໂມງຂອງວັນທີ 16 ກຸມພາ 2026 ມີຜູ້ຊົມເຂົ້າເຖິງ 677 ລ້ານຄົນ, ຍອດວິວໃນສື່ໃໝ່ມີເຖິງ 13 ຕື້ 500 ລ້ານຄັ້ງ. ນອກນີ້, ຍັງໄດ້ຮັບການເຜີຍແຜ່ຜ່ານສື່ມວນຊົນຕ່າງປະເທດເກືອບ 4,000 ແຫ່ງ. ຂະນະທີ່ຍອດວິວຂອງການຖ່າຍທອດສົດຜ່ານສື່ສັງຄົມອອນລາຍຕ່າງປະເທດຂອງເວັບໄຊ www.cctv.com ມີເຖິງ 87 ລ້ານກວ່າຄັ້ງ.
ການສະແດງເທີງເວທີລະດັບປະເທດຂອງບັນດາຫຸ່ນຍົນມະນຸດທີ່ມີຜູ້ຊົມຫຼາຍລ້ານຄົນທົ່ວໂລກ ຈຶ່ງເປັນການສະທ້ອນພາບລັກຂອງຈີນໃນຖານະປະເທດຜູ້ນໍາດ້ານຫຸ່ນຍົນມະນຸດ ແລະ AI, ທັງເປັນເພີ່ມອໍານາດນຸ່ມນວນທາງດ້ານວັດທະນະທໍາ (Soft Power) ຂອງຈີນຜ່ານເຕັກໂນໂລຊີ, ເຊິ່ງກ່າວໂດຍລວມຄື: ຫຸ່ນຍົນມະນຸດບໍ່ໄດ້ເປັນພຽງ “ການເຕັ້ນສະແດງ” ເທົ່ານັ້ນ, ຍັງສະແດງໃຫ້ເຫັນເຖິງການພັດທະນາແບບກ້າວກະໂດດ ແລະຄວາມພ້ອມດ້ານວິທະຍາສາດເຕັກໂນໂລຊີລະດັບສູງ ແລະ ທິດທາງໃນອະນາຄົດຂອງອຸດສາຫະກໍາຫຸ່ນຍົນມະນຸດຂອງຈີນຢ່າງຊັດເຈນທີ່ສຸດ.


