ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ສະໝັກເລືອກຕັ້ງ ສສຊ ຊຸດທີ X ໜ່ວຍ 4 ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງປາກງື່ມ

Feb 19, 2026

ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໜ່ວຍທີ 4 ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາຫາສຽງນໍາຜູ້ມີສິດປ່ອນບັດເລືອກຕັ້ງຢູ່ 6 ບ້ານຄື ບ້ານດົງກະລຶມ ດອນວັງໂພ ດົງສານ ທ່າເດື່ອສິງຫອມ ຖິ່ນທ່ຽງ ແລະ ບ້ານໜອງວັງເຜິ້ງ ເມືອງປາກງື່ມ ໃນວັນທີ 18 ກຸມພາ 2026 ກ່າວຕ້ອນຮັບໂດຍທ່ານ ຄຳຕຸ້ຍ ສິລິວົງ ປະທານແນວລາວສ້າງຊາດ ເມືອງປາກງື່ມ ພ້ອມດ້ວຍຄະນະນຳເມືອງ ນາຍບ້ານ ຮອງນາຍບ້ານ ພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
May be an image of temple and text
ສຳລັບຈຸທີ 4 ທີ່ລົງຫາສຽງຄັ້ງນີ້ມີນຳໂດຍທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ນ້ຳເບີ 4 ພ້ອມຄະນະອີກ 4 ທ່ານ ການລົງເຄື່ອນໄຫວຄັ້ງນີ້ແຕ່ລະທ່ານກໍໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ເໝາະສົມເພື່ອເປັນຕົວແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.
May be an image of one or more people and crowd