ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາມະນາ “ສະພາບການໂລກໃນປັດຈຸບັນ ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ”

Feb 19, 2026

ສະໂມສອນນັກການທູດລາວ ຈັດສໍາມະນາພາຍໃຕ້ຫົວຂໍ້: “ສະພາບການໂລກໃນປັດຈຸບັນ: ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ” ໃນຕອນບ່າຍວັນທີ 18 ກຸມພາ 2026 ໂດຍການເປັນປະທານນຳພາກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາອະດີດທູດອາວຸໂສ, ອະດີດນັກການທູດ, ຄະນະນໍາ ແລະ ຜູ້ຕາງໜ້າຈາກກະຊວງ, ຂະແໜງການອ້ອມຂ້າງສູນກາງ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກທຸລະກິດຈໍານວນໜຶ່ງ ເຂົ້າຮ່ວມ.
May be an image of dais and text
ຈຸດປະສົງການສຳມະນາຄັ້ງນີ້, ເພື່ອສືບຕໍ່ປະຕິບັດບັນດາກິດຈະກໍາປິ່ນອ້ອມຂອງສະໂມສອນນັກການທູດລາວ ປະຈໍາປີ 2026, ພ້ອມທັງຕີລາຄາສະພາບການຂອງພາກພື້ນ ແລະ ໂລກໃນປັດຈຸບັນ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງກາລະໂອກາດ, ທັງເປັນການກະກຽມຄວາມພ້ອມໃນການປັບໂຕ ຫລື ຮັບມືກັບສິ່ງທ້າທາຍທີ່ອາດຈະສົ່ງຜົນກະທົບຕໍ່ປະຊາຄົມໂລກ ລວມທັງ ສປປ ລາວ.
May be an image of dais and text
ໃນຕອນທ້າຍ, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ກ່າວສະຫລຸບປິດສໍາມະນາ ຊຶ່ງເຫັນໄດ້ວ່າຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກປ່ຽນທັດສະນະຕໍ່ສະພາບການຂອງໂລກ ຢ່າງສ້າງສັນ ແລະ ກົງໄປກົງມາ ຊຶ່ງໄດ້ຊ່ວຍເສີມສ້າງຄວາມເຂົ້າໃຈ ກ່ຽວກັບບັນຫາສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນໃນຂົງເຂດວຽກງານການຄົ້ນຄວ້າ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ໂດຍສະເພາະວຽກງານການທູດເສດຖະກິດ ໃຫ້ມືປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.