ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນສືບຕໍ່ລົງເຄື່ອນໄຫວຫາສຽງກ່ອນເຖິງບັ້ນເລືອກຕັ້ງໃນວັນທີ 22 ກຸມພາ 2026 ນີ້ ໃນວັນທີ 19 ກຸມພາ 2026 ຜູ້ລົງສະໝັກເລືອກຕັ້ງ ສສຊ ຈຸທີ 2 ໄດ້ເຄື່ອນໄຫວໂຄສະນາຫາສຽງນໍາຜູ້ມີສິດປ່ອນບັດເລືອກຕັ້ງ 6 ບ້ານຄື ບ້ານເພຍລາດ ທ່ານາຂາມ ຫີນສິ້ວ ໄຮ່ໃຕ້ ນາສາວນາງ ແລະ ບ້ານປາກແຖບ ຢູ່ວັດບ້ານໄຮ່ໃຕ້ ເມືອງສັງທອງ ມີຄະນະກຳມະການເລືອກຕັ້ງຂັ້ນ ນວ ຂັ້ນເມືອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ສຳລັບຈຸທີ 5 ມີ 5 ທ່ານຄື ທ່ານນາງ ວິໄຊ ສະຣິດທິລາດ ຮອງປະທານກຳມາ ທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ເບີ 5 ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກີລາ ເບີ 9 ທ່ານ ນາງ ຄຳແຫວນ ສິງບັນດິດ ຮອງປະທານຄະນະກຳມະການວັດທະນະທຳ ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ເບີ 19 ທ່ານ ສົມສະຫວາດ ກົມໄຊຊະນະ ຮອງປະທານສານປະຊາຊົນ ນວ ເບີ 20 ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາ ຄົມທຸລະກິດກະສິກຳ ເບີ 25.

ການລົງເຄື່ອນໄຫວຄັ້ງນີ້ແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ເຫັນວ່າມີມາດຕະຖານເງື່ອນທີ່ ເໝາະສົມເພື່ອເປັນຕົວແທນຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.


