ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາຍງານຜົນການເຄື່ອນໄຫວຊຸກຍູ້ວຽກໂຄສະນາປຸກລະດົມຂະບວນການ ການເລືອກຕັ້ງ

Feb 19, 2026

ກອງປະຊຸມຮັບຟັງຜົນການລາຍງານຂອງເເຕ່ລະອານຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການຂອງເເຕ່ລະຄະນະທີ່ລົງເຄື່ອນໄຫວຊຸກຍູ້ການເລືອກຕັ້ງຢູ່ສູນກາງ ເເລະ ທ້ອງຖິ່ນຈັດຂຶ້ນໃນວັນທີ 18 ກຸມພາ 2026 ທີ່ສະພາເເຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເລືອກຕັ້ງ ພ້ອມດ້ວຍບັນດາອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເເຕ່ລະຄະນະ ເເລະ ເເຂກຮັບເຊີນເຂົ້າຮ່ວມ
ໃນໂອກາດນີ້ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເລືອກຕັ້ງມີຄໍາເຫັນວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານຂອງເເຕ່ລະອານຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເເຕ່ລະຄະນະທີ່ລົງເຄື່ອນໄຫວຕິດຕາມ ກວດກາການຊຸກຍູ້ກ່ຽວກັບວຽກງານໂຄສະນາທີ່ກໍານົດເຂົ້າໃນການຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ເເລະ ສະມາຊິກສະພາປະຊາຊົນຂັ້ນເເຂວງ ຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ເພື່ອພ້ອມກັນສະຫຼຸບຕີລາຄາການຕິດຕາມ ກວດກາ ຊຸກຍູ້ວຽກງານດັ່ງກ່າວຕາມຄໍາເເນະນໍາເລກທີ 09 ກ່ຽວກັບການໂຄສະນາປຸກລະດົມຂະບວນການ ເເລະ ເລກທີ 016 ກ່ຽວກັບການໂຄສະນາຫາສຽງ ພ້ອມທັງສະເໜີໃຫ້ເເຕ່ລະຄະນະລາຍງານສະພາບລວມ ແລະ ຄວາມເປັນຈິງໃນການລົງໄປຕິດຕາມຢູ່ເເຕ່ທ້ອງຖິ່ນ ເພື່ອພ້ອມກັນນໍາມາຜັນຂະຫຍາຍວຽກງານຂອງອະນຸກໍາມະການ, ປະຕິບັດຄໍາເເນະນໍາ ໂດຍສະເພາະຄໍາເເນະນໍາຂອງຄະນະການເລືອກຕັ້ງລະດັບຊາດກ່ຽວກັບການໂຄສະນາປຸກລະດົມຂະບວນການ ເເລະ ຍ້ອງຍໍ. ນອກນີ້ ຍັງມີຫຼາຍບັນທີ່ກ່ຽວຂ້ອງກັບເຂດການເລືອກຕັ້ງ, ຈາກນັ້ນ ຕາງໜ້າເເຕ່ລະຄະນະໄດ້ສະຫຼຸບລາຍງານໂດຍຫຍໍ້ກ່ຽວກັບສະພາບຄວາມເປັນຈິງການລົງເຄື່ອນໄຫວຕິດຕາມ ກວດກາ ເເລະ ຊຸກຍູ້ວຽກງານໂຄສະນາປຸກລະດົມຂະບວນການ ເເລະ ການໂຄສະນາຫາສຽງຢູ່ເເຕ່ລະທ້ອງຖິ່ນ, ຜົນໄດ້ຮັບຂອງການເຄື່ອນໄຫວຕິດຕາມ ກວດກາ ຊຸກຍູ້ວຽກງານໂຄສະນາປຸກລະດົມຂະບວນການ ເເລະ ການໂຄສະນາຫາສຽງ, ຂໍ້ສະດວກ ຂໍ້ຫຍຸ້ງຍາກ, ການເເກ້ໄຂໃນຕໍ່ໜ້າ ເເລະອື່ນໆ
May be an image of dais and text
ຕອນທ້າຍກອງປະຊຸມ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເລືອກຕັ້ງ ມີຄໍາເຫັນສະຫຼຸບສັງລວມເນື້ອໃນຂອງກອງປະຊຸມ, ພ້ອມທັງເນັ້ນໜັກໃຫ້ເເຕ່ລະອານຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການເເຕ່ລະຄະນະຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ເເລະ ດ້ວຍຄວາມຮັບຜິດຊອບສູງຕໍ່ວຽກງານທີ່ຕົນເອງຮັບຜິດຊອບ ເພື່ອເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ດໍາເນີນໄປຄາດໝາຍທີ່ວາງໄວ້.
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: ສອນສັກ ສພຊ