ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະອະນຸກໍາມະການເລຂານຸການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງບໍ່ແກ້ວ

Feb 20, 2026

ຄະນະອະນຸກໍາມະການເລຂານຸການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍ ທ່ານ ຈັນທະລາ ອຸດົມສຸກ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ກຳມະການປະຈໍາກຳມາທິການຍຸຕິທໍາ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງບໍ່ແກ້ວ ໃນຕອນບ່າຍ ວັນທີ 19 ກຸມພາ 2026 ທີ່ສະພາປະຊາຊົນແຂວງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອເກັບກຳບັນດາຄຳຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງອະນຸກໍາມະການເລຂານຸການ ຄະນະກຳມະການເລືອກຕັ້ງແຂວງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການຂອງຂັ້ນເທິງວາງອອກໃຫ້ບັນລຸຕາມຄາດໝາຍ.
May be an image of dais and text
ໃນການເຄື່ອນໄຫວຄັ້ງນີ້ ຄະນະໄດ້ຮັບຟັງລາຍງານ ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ຈາກທ່ານ ສີລັດ ແສງດາລາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຮອງຫົວໜ້າອະນຸກຳມະການເລຂານຸການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍທ່ານ ຊີ້ໃຫ້ເຫັນບັນດາໜ້າວຽກທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ໂດຍໄດ້ດຳເນີນວຽກງານຕ່າງໆ ຕາມບາດກ້າວ ແລະ ຂັ້ນຕອນ ຢ່າງເປັນລະບົບຄົບຊຸດ. ປັດຈຸບັນ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 10 ປະຈຳເຂດເລືອກຕັ້ງທີ 5 ຈໍານວນ 10 ທ່ານ ຍິ່ງ 3 ທ່ານ ແລະ ສະມາຊິກສະພາປະຊາຊົນແຂວງ ຈໍານວນ 35 ທ່ານ ຍິງ 7 ທ່ານ ພວມລົງໂຄ ສະນາຫາສຽງຢູ່ບັນດາເມືອງຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ໃນໂອກາດນີ້ ທ່ານ ຈັນທະລາ ອຸດົມສຸກ ໄດ້ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງແຂວງ ກໍຄືອະນຸກໍາມະການຕ່າງໆ ສຸມໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງ ດ້ວຍຈິດໃຈບຸກທະລຸຢ່າງແຂງແຮງ ເພື່ອຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ 400 ສ່ວນຮ້ອຍ ຄື:ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ 100%.
May be an image of text
ສໍາລັບເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 132.290 ຄົນ, ຍິງ 65.277 ຄົນ. ໃນນີ້ເມືອງຫ້ວຍຊາຍ ມີຈໍານວນ 56.526 ຄົນ, ຍິງ 27.514 ຄົນ; ຕົ້ນເຜິ້ງ 21.860 ຄົນ, ຍິງ 11.136 ຄົນ; ເມືອງເມິງ 10.647 ຄົນ, ຍິງ 5.315 ຄົນ; ເມືອງຜາອຸດົມ 29.092 ຄົນ, ຍິງ 14.509 ຄົນ ແລະ ເມືອງປາກທາ 14.165 ຄົນ, ຍິງ 6.803 ຄົນ. ມີຈຸດປ່ອນບັດທັງໝົດ 202 ໜ່ວຍ, ໃນນັ້ນ ເມືອງຫ້ວຍຊາຍ ມີ 74 ໜ່ວຍ, ເມືອງຕົ້ນເຜິ້ງ ມີ 24 ໜ່ວຍ, ເມືອງປາກທາ ມີ 29 ໜ່ວຍ, ເມືອງຜາອຸດົມ ມີ 44 ໜ່ວຍ, ເມືອງເມິງ ມີ 23 ໜ່ວຍ ແລະ ພາກສ່ວນປກຊ-ປກສ ມີ 08 ໜ່ວຍ.ສ່ວນຂົງເຂດກຳລັງ ປກຊ-ປກສ ຂັ້ນແຂວງ ແລະ ເມືອງຈໍານວນ 8 ໜ່ວຍ ໄດ້ດໍາເນີນການປ່ອນບັດສໍາເລັດແລ້ວ ໃນວັນທີ 14 ກຸມພາ 2026.