ໃນວັນທີ 22 ກຸມພາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໄປໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຢູ່ບ້ານທ່າພະລານໄຊ ມີຜູ້ມີສິດເລືອກຕັ້ງ ທັງໝົດ 1.331 ທ່ານ, ຍິງ 768 ທ່ານ. ການເລືອກຕັ້ງຢູ່ເຂດດັ່ງກ່າວ ເຫັນວ່າມີບັນຍາກາດຄຶກຄື້ນ, ພໍ່ແມ່ປະຊາຊົນຕ່າງກໍມາໃຊ້ສິດ ຂອງຕົນຢ່າງເປັນຂະບວນການຟົດຟື້ນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເນື້ອແທ້ກໍ ແມ່ນເພື່ອປັບປຸງລະບົບອໍານາດລັດໃຫ້ມີຄວາມເຂັ້ມແຂງ, ເປັນການສືບຕໍ່ເຮັດໃຫ້ການແບ່ງງານ, ແບ່ງຄວາມຮັບຜິດຊອບລະຫວ່າງອົງການອໍານາດລັດດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ລະອຽດຈະແຈ້ງ, ເຮັດໃຫ້ການເຄື່ອນໄຫວຂອງອົງການອໍານາດລັດມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອໍານາດແຫ່ງລັດ ຂອງພວກເຮົາ ເປັນອໍານາດລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ. ການເລືອກຕັ້ງດັ່ງກ່າວນີ້ ແມ່ນຮູບການໜຶ່ງຂອງການຈັດຕັ້ງປະຕິບັດສິດປະຊາທິປະໄຕ ປະຊາຊົນຕາມແນວທາງປ່ຽນແປງໃໝ່ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍເນື້ອໃນ, ຈິດໃຈ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍົກສູງຄຸນນະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ຂອງອົງການ ຕົວແທນທີ່ມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ, ເພື່ອເລືອກເອົາບຸກຄະລາກອນ ທີ່ເປັນ ສສຊ ແລະ ສສຂ ມີມາດຖານຄົບຖ້ວນ ເຂົ້າໄປເຮັດໜ້າທີ່ໃນສະພາຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ.


