ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖານທູດລາວ ປະຈຳ ປັກກິ່ງ ສໍາເລັດການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ

Feb 22, 2026

ປະຕິບັດຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ກ່ຽວກັບການ ດຳເນີນການປ່ອນບັດເລືອກຕັ້ງລ່ວງໜ້າຢູ່ກຳລັງ ປກສ-ປກຊ ແລະ ຕ່າງປະເທດ, ສະບັບເລກທີ 047/ຄປລ.ນວ, ລົງວັນທີ 06 ກຸມພາ 2026. ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຕອນບ່າຍວັນທີ 11 ກຸມພາ 2026.​
May be an image of one or more people, dais and text May be an image of dais and text
ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ມີ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ພ້ອມດ້ວຍພະນັກງານສະຖານເອກອັກຄະລັດຖະທູດ, ພະນັກງານລາວທີ່ພວມປະຕິບັດໜ້າທີ່, ນັກຮຽນນັກສຶກສາ, ຊາວລາວ ທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ນະຄອນຫຼວງປັກກິ່ງ ທີ່ມີມາດຖານເງື່ອນໄຂ ແລະ ມີໜ້າຕົວຈິງ ຈຳນວນ 45 ທ່ານ.
May be an image of dais and text
ການປ່ອນບັດເລືອກຕັ້ງຄັ້ງນີ້ ໄດ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງສອດຄ່ອງກັບລະບຽບການ ແລະ ລະດັບຄາດໝາຍທີ່ຄະນະກຳມະການເລືອກຕັ້ງນະຄອນຫຼວງວຽງຈັນ ໄດ້ວາງອອກ, ບັນດາຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມຮັບຜິດຊອບການເມືອງ, ໃຊ້ສິດຂອງຕົນເລືອກເອົາຜູ້ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອຈະເປັນຕົວແທນໃຫ້ແກ່ປະຊາຊົນໃນອົງການນິຕິບັນຍັດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ, ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຕາມທິດທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ວາງອອກ.