ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມໃຫຍ່ການເມືອງ ປກສ ດຳເນີນການປ່ອນບັດເລືອກຕັ້ງ ສສຊ ແລະ ສສ ນວ

Feb 22, 2026

ໜ່ວຍປ່ອນບັດເລືອກຕັ້ງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ຈຸດສະໂມສອນກະຊວງປ້ອງກັນຄວາມສະຫງົບ) ຈັດພິທີປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະ ຄອນຫລວງວຽງຈັນ (ສສ ນວ) ຊຸດທີ V ໃນວັນທີ 22 ກຸມພາ 2026 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍນາຍ ແລະ ພົນຕຳຫລວດ ຜູ້ມີສິດເລືອກຕັ້ງ ພາຍໃນກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.
May be an image of one or more people and text May be an image of text
ໃນພິທີ, ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ໄດ້ມີຄຳເຫັນວ່າ: ມື້ນີ້ ພວກເຮົາໄດ້ມາເຕົ້າໂຮມກັນ ເພື່ອດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V ຢູ່ຈຸດກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເພື່ອນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ ໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າໃນອົງການນິຕິບັນຍັດ ໂດຍສະເພາະ ແມ່ນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນ ນະຄອນຫລວງວຽງຈັນ.
May be an image of text
ການເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນເຫດການການເມືອງ ທີ່ມີຄວາມໝາຍສໍາຄັນຍິ່ງ ຂອງລະບອບປະຊາທິປະໄຕປະຊາຊົນ ຍ້ອນແມ່ນສິດ ແລະ ໜ້າທີ່ຂອງພວກເຮົາໝົດທຸກຄົນ ຊຶ່ງໄດ້ລະບຸໄວ້ໃນລັດຖະທຳມະນູນ ແຫ່ງ ສປປ ລາວ ມາດຕາ 36 ທີ່ມີເນື້ອໃນວ່າ ພົນລະເມືອງລາວຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
ຈາກນັ້ນ, ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງກໍໄດ້ແນະນໍາວິທີການຂີດບັດລົງຄະແນນສຽງ, ການປ່ອນບັດ ແລະ ດໍາເນີນການປ່ອນບັດຢ່າງເປັນທາງການ ເພື່ອເລືອກເອົາຜູ້ທີ່ມີຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດເຂົ້າໄປເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ໃນສະພາຢ່າງແທ້ຈິງ.
ຂ່າວ-ພາບ: ແກ້ວອຸເພັດ