ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານນາງ ສີໃສ ລືເດດມູນສອນ ປ່ອນບັດເລືອກຕັ້ງຢູ່ບ້ານພະຂາວ

Feb 22, 2026

ວັນທີ 22 ກຸມພານີ້, ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V, ທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຜູ້ມີສິດເລືອກຕັ້ງໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ-ສສຂ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຊຶ່ງບັນຍາກາດເຕັມໄປດ້ວຍຄວາມຟົດຟື້ນ ໂດຍມີປະຊາຊົນຫຼັ່ງໄຫຼໄປໃຊ້ສິດເລືອກຕັ້ງເອົາຜູ້ແທນປະຊາຊົນຢ່າງຫຼວງຫຼາຍ.
No photo description available.
ທ່ານ ສິນທະວົງ ທຳມະວົງສາ ຮອງນາຍບ້ານໆພະຂາວ ໄດ້ໃຫ້ສຳພາດວ່າ: ບ້ານພະຂາວມີພົນລະເມືອງ 4,676 ຄົນ ຍິງ 1,756 ຄົນ ມີ 5 ໜ່ວຍເລືອກຕັ້ງ, ແບ່ງອອກເປັນ 2 ຈຸດເລືອກຕັ້ງຄື: ຈຸດທີ 1 ຢູ່ວັດບ້ານພະຂາວ ມີ 3 ໜ່ວຍເລືອກຕັ້ງ ແລະ ຈຸດທີ 2 ຢູ່ໂຮງຮຽນປະຖົມບ້ານພະຂາວ ມີ 2 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດ 3,192 ຄົນ.
May be an image of one or more people and text May be an image of one or more people and text
ທ່ານ ວິລັດ ຜິວອ່ອນ ປະຊາຊົນບ້ານພະຂາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ມາປະຕິບັດສິດພັນທະຂອງພົນລະເມືອງລາວ ເພື່ອເລືອກເອົາ ສສຊ-ສສຂ ຖືວ່າການເຂົ້າຮ່ວມບັ້ນປ່ອນບັດຄັ້ງນີ້ ແມ່ນປາງບຸນໃຫຍ່ທາງດ້ານການເມືອງ ແມ່ນວຽກທີ່ມີກຽດສັກສີຂອງພົນລະເມືອງລາວ ປະກອບສ່ວນເຂົ້າໃນການປ່ອນບັດເລືອກຕັ້ງ ຊຶ່ງແມ່ນການສ້າງເງື່ອນໄຂພື້ນຖານໃຫ້ການປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ຕາມທິດສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສະນັ້ນ, ເຫັນວ່າບັນຍາກາດມື້ນີ້ເປັນບັນຍາກາດທີ່ມີຄວາມຕັ້ງໜ້າຫຼາຍ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ມາປ່ອນບັດ, ການມາປ່ອນບັດເລືອກຕັ້ງຄັ້ງນີ້ໄດ້ຝາກຄວາມຫວັງນໍາ ສສຊ-ສສຂ ຂໍໃຫ້ທ່ານຜູ້ແທນທີ່ໄດ້ຮັບການປ່ອນບັດເລືອກຕັ້ງ ຈົ່ງປະຕິບັດພາລະບົດບາດໜ້າທີ່ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃຫ້ສົມກຽດ ໂດຍສະເພາະເພື່ອສ້າງເງື່ອນໄຂການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ເຊີນຊວນພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ ໂດຍສະເພາະປະຊາຊົນເຂດບ້ານພະຂາວຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ໃຫ້ພ້ອມກັນອອກມາໃຊ້ສິດປ່ອນບັດເລືອກຕັ້ງ ໃຫ້ຖືເອົາການປ່ອນບັດເລືອກຕັ້ງຄັ້ງນີ້ ແມ່ນໜ້າທີ່ອັນມີກຽດ ແລະ ສັກກາລະບູຊາຂອງພົນລະເມືອງລາວ. ຄວາມຄາດຫວັງຂອງຂ້າພະເຈົ້າຢາກໃຫ້ຜູ້ແທນທີ່ໄດ້ຮັບເລືອກຕັ້ງເອົາໃຈໃສ່ແກ້ໄຂບັນຫາທີ 1 ເສັ້ນທາງຊອຍໃຫ້ໄປມາມີຄວາມສະດວກສະບາຍ, 2 ແກ້ໄຂບັນຫາເລື່ອງນໍ້າປະປາ, ສິ່ງແວດລ້ອມຂີ້ເຫຍື້ອ ນີ້ເປັນບັນຫາຢາກໃຫ້ ສສຊ-ສສຂ ຊ່ວຍເປັນປາກ ເປັນສຽງນໍາສະເໜີໃຫ້ອົງການປົກຄອງ ນວ ເພື່ອສະເໜີຕໍ່ລັດຖະບານມີທິດທາງແກ້ໄຂ, ອວຍພອນໃຫ້ ການປ່ອນບັດເລືອກຕັ້ງ ສສຊ-ສສຂ ນີ້ຈົ່ງບັນລຸຜົນສຳເລັດຢ່າງສະຫງ່າງາມ.
May be an image of dais and text May be an image of one or more people and text
ຂ່າວ: ພູວັນ