ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳຂັ້ນສູນກາງ ແລະ ການນຳແຂວງຊຽງຂວາງ ເຂົ້າຮ່ວມໃຊ້ສິດປ່ອນບັດເລືອກຕັ້ງ ຢູ່ແຂວງຊຽງຂວາງ

Feb 22, 2026

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ‎ ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ນັບວ່າເປັນປາງບຸນໃຫຍ່, ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ແຂວງຊຽງຂວາງ ຊຸດທີ V ຢູ່ທີ່ຈຸດປ່ອນບັດສະໂມສອນເມືອງແປກ ຊຶ່ງເປັນຈຸດປ່ອນບັດໃຫຍ່ ແລະ ສຳຄັນຂອງແຂວງ ໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ.
‎ໃຫ້ກຽດເຂົ້າຮ່ວມໃຊ້ສິດປ່ອນບັດຢູ່ຈຸດດັ່ງກ່າວມີ ທ່ານ ກິແກ້ວ ໄຂຄຳພິທູນ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃນນາມຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ນ້ຳເບີ 1, ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງຊຽງຂວາງ ຜູ້ສະໝັກ ສສຊ ເຂດ 9 ແຂວງຊຽງຂວາງ ນ້ຳເບີ 2 ພ້ອມດ້ວຍບັນດາການນຳຫລັກແຫລ່ງຂອງແຂວງ, ເມືອງ, ພະນັກງານ-ລັດຖະກອນ ແລະ ປະຊາຊົນພາຍໃນເຂດເທສະບານເມືອງແປກ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of one or more people, dais and text May be an image of one or more people
‎ສຳລັບເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ມີຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ຈຳນວນ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ແລະ ສສຂ ຊຸດທີ V ຈຳນວນ 49 ທ່ານ, ຍິງ 13 ທ່ານ, ເລືອກເອົາ 35 ທ່ານ, ມີຈຳນວນຜູ້ມີສິດປ່ອນບັດ 174.419 ທ່ານ, ມີໜ່ວຍປ່ອນບັດ 432 ໜ່ວຍ ແລະໜ່ວຍເຄື່ອນທີ່ອີກຈຳນວນໜຶ່ງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການປ່ອນບັດໃຫ້ມີຄວາມວ່ອງໄວ ແລະ ບໍ່ແອອັດ. ພ້ອມນີ້, ຄະນະກຳມະການໄດ້ຈັດວາງຫີບປ່ອນບັດໄວ້ຢ່າງລະອຽດ ໂດຍແບ່ງອອກເປັນແຕ່ລະໂຕະຕາມລາຍຊື່ຢ່າງເປັນລະບຽບ.
May be an image of one or more people, people studying and text May be an image of one or more people and text
‎ພິທີໄດ້ເລີ່ມຕົ້ນດ້ວຍການກວດກາ ແລະ ເປີດຫີບປ່ອນບັດຢ່າງໂປ່ງໃສ ຕໍ່ໜ້າຜູ້ເຂົ້າຮ່ວມທຸກຊັ້ນຄົນ, ບັນດາການນຳສູນກາງ, ແຂວງ, ເມືອງ ແລະ ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າແຖວລົງທະບຽນ ແລະ ຮັບບັດເລືອກຕັ້ງ ເພື່ອເຂົ້າຫ້ອງລັບຄັດເລືອກເອົາບຸກຄົນທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຊຶ່ງຢູ່ແຕ່ລະຈຸດ ເວົ້າລວມ, ເວົ້າສະເພາະ ສະໂມສອນເມືອງແປກ ໄດ້ມີການຈັດສັນສະຖານທີ່ຢ່າງເປັນລະບຽບ, ມີການຕິດໃບລາຍຊື່ ແລະ ຮູບພາບປະຫວັດຫຍໍ້ ຂອງຜູ້ສະໝັກຮັບເລືອກຕັ້ງ ເພື່ອໃຫ້ຜູ້ມາໃຊ້ສິດໄດ້ສຶກສາຂໍ້ມູນຢ່າງລະອຽດກ່ອນຕັດສິນໃຈ.
‎ການມາປ່ອນບັດຢູ່ທົ່ວແຂວງຊຽງຂວາງ ກໍຄືຈຸດໃຫຍ່ເທສະບານໃນມື້ນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າແຂວງຊຽງຂວາງ ເພື່ອພ້ອມກັນໃຊ້ສິດຂອງຕົນ ໃນການເລືອກເອົາ ສສຊ ແລະ ສສຂ ເພື່ອເປັນຕົນແທນ ແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະເທດຊາດ ກໍຄືປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ແຂວງຊຽງຂວາງໃຫ້ເຂັ້ມແຂງ ແລະ ຈະເລີນຮຸງເຮືອງ.