ວັນທີ 22 ກຸມພາ 2026, ຢູ່ໜ່ວຍເລືອກຕັ້ງທີ 92/ເຂດ 1 ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາຂັ້ນແຂວງ ຊຸດທີ V ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດິດກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພ້ອມດ້ວຍຄະນະພັກ-ຄະນະບັນຊາກະຊວງ, ກົມ, ກົມກອງພາຍໃນກະຊວງເຂົ້າຮ່ວມ.

ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານວິທີການ, ຂັ້ນຕອນການປ່ອນບັດ, ຂີດບັດເລືອກເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ສະຫາຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ບັ້ນການປ່ອນບັດເລືອກຕັ້ງໃນຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະ ຖືກຕ້ອງຕາມຫລັກການຂັ້ນຕອນ ເພື່ອບໍ່ໃຫ້ເກີດບັນຫາບັດຕາຍ, ເຊິ່ງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີທັງໝົດ 25 ທ່ານ ຂີດອອກ 6 ທ່ານ ເລືອກເອົາ 19 ທ່ານ, ຜູ້ສະໝັກ ສສຂ ມີ 7 ທ່ານ ຂີດອອກ 2 ທ່ານ ເລືອກເອົາ 5 ທ່ານ.

ທີ່ມາ:Lao people’s Army News


