ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງຮຽນຂົງຈື້ ວິທະຍຸກະຈາຍສຽງແຫ່ງຊາດລາວ ຈັດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວ

Feb 24, 2026

ຫ້ອງຮຽນຂົງຈື້ ວິທະຍຸກະຈາຍສຽງແຫ່ງຊາດລາວ ຫຼື ວສລ ເປັນເຈົ້າພາບຈັດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວ ໃນວັນທີ 24 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ເຮືອນພັກຕົ້ນດູ່ຊູຊັບ ເມືອງແກ້ວອຸດົມ,​ ແຂວງວຽງຈັນ. ມີທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອໍານວຍການໃຫຍ່ ວສລ, ທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອໍານວຍການໃຫຍ່ ວສລ, ຫົວໜ້າຫ້ອງຮຽນຂົງຈື້ ວສລ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນຈາກຫ້ອງຮຽນຂົງຈື້ 5 ແຫ່ງເຂົ້າຮ່ວມ.
May be an image of one or more people and text May be an image of lighting, table and dais
ໃນໂອກາດນີ້, ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽຽແຫ່ງຊາດລາວ ມີຄໍາເຫັນວ່າ: ການຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວ ມີຄວາມສຳຄັນຕໍ່ການພັດທະນາວຽກງານຂ່າວສານ ໃຫ້ມີຄຸນນະພາບ ແລະ ທັນສະໄໝ ໃນຍຸກທີ່ຂໍ້ມູນຂ່າວສານເຄື່ອນໄຫວຢ່າງວ່ອງໄວ ແລະ ມີການແຂ່ງຂັນສູງ ນັກຂ່າວ ແລະ ຜູ້ຜະລິດສື່ ຈຳເປັນຕ້ອງມີທັກສະທີ່ແນ່ນອນ ທັງດ້ານການເກັບກຳຂໍ້ມູນ, ການສຳພາດ, ການຂຽນຂ່າວ, ການຖ່າຍຮູບ-ຖ່າຍວິດີໂອ ແລະ ການຕັດຕໍ່ ເພື່ອໃຫ້ຂ່າວທີ່ນຳສະເໜີມີເນື້ອໃນຄົບຖ້ວນ, ຊັດເຈນ, ສັ້ນກະທັດຮັດ, ວ່ອງໄວທັນເຫດການ ແລະ ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ.​
May be an image of one or more people, dais and text
ທ່ານ ນາງ ສິມມະນີ ແກ້ວແກ່ນ ມີຄໍາເຫັນຕື່ມວ່າ: ສໍາລັບການຝຶກອົບຮົມຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂົ້າໃຈດ້ານເຕັກນິກການຜະລິດຂ່າວ ຢ່າງເປັນລະບົບ ເພື່ອໃຫ້ສຳມະນາກອນທີ່ສັງກັດຢູ່ຫ້ອງຮຽນຂົງຈື້ຕ່າງໆ ກຳໄດ້ຫຼັກການ ພື້ນຖານການຂຽນຂ່າວ, ການສໍາພາດ ແລະ ການຕັດຕໍ່. ການຝຶກອົບຮົມຄັ້ງນີ້, ຈະດໍາເນີນໄປຮອດວັນທີ​ 26​ ກຸມພາ​ 2026 ຈຶ່ງສຳເລັດ.
ພາບ-ຂ່າວ​: ອ່ອນຄໍາ