ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ກ່າວເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

Feb 25, 2026

ໃນຕອນເຊົ້າວັນທີ 25 ກຸມພາ 2026, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງ ມີບັນດາສະຫາຍ ກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະພັກ, ພະນັກງານຫຼັກແຫຼ່ງ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຮັບຟັງແບບເຊິ່ງຫນ້າ ແລະ ກອງປະຊຸມທາງໄກ.
อาจเป็นรูปภาพของ หนึ่งคนขึ้นไป, แท่นบรรยาย และ ข้อความ May be an image of text
ໃນພິທີອັນສະຫງ່າລາສີນີ້, ສະຫາຍເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ເຊິ່ງຖືເປັນການເປີດສາກໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອແນ່ໃສ່:
ໜຶ່ງ: ສ້າງຄວາມຮັບຮູ້, ເຂົ້າໃຈ ທີ່ເລິກເຊິ່ງ ຕໍ່ເນື້ອໃນຈິດໃຈສໍາຄັນ ຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ທີ່ໄດ້ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຢ່າງເປັນລະບົບ;
ສອງ: ເຊື່ອມຊຶມ, ກຳແໜ້ນເນື້ອໃນ ທີ່ຈະໄດ້ນໍາພາຊີ້ນໍາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ;
ສາມ: ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດ ໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດເປັນຮູບປະທຳ;
ສີ່: ມີກົນໄກ, ລະບອບແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ ຈັດຕັ້ງປະຕິບັດ ທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ;
ຫ້າ: ມີຄວາມເປັນເອກະພາບສູງຢູ່ພາຍໃນ, ມີຄວາມຕັດສິນ ໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.
ກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີໂດຍ ສັງລວມ ກ່ຽວກັບເນື້ອໃນສໍາຄັນ ຂອງໂຄງການການເມືອງ, ລາຍງານການເມືອງ ທີ່ໄດ້ລາຍງານ ແລະ ຮັບຮອງເອົາ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ການຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍກຳນົດເປັນໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ໃນແຕ່ລະປີ.
อาจเป็นรูปภาพของ ตาราง
ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນຕື່ມວ່າ: ການເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ໃນ ຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸ ທາງດ້ານຈິນຕະນາການ, ຍົກສູງ ຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະ ຜິດເຂວຕ່າງໆ, ລັດທິຄຳພີກົນຈັກ; ຮັກສາຄວາມສາມັກຄີ ເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງຂຶ້ນ. ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາໃຫ້ປະເທດຊາດ ແລະປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດ ທີ່ໄດ້ກໍານົດໄວ້ຢ່າງໜັກແໜ້ນ.