ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026, ໃນວັນທີ 26ກຸມພາ 2026 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ຫຼື ICTC. ໂດຍການເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ, ມີບັນດາຮອງປະທານຄະນະກຳມະການປົກຄອງ 17 ແຂວງ ແລະ ນະຄອນຫຼວງ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ

ທ່ານ ຄໍາລາວັນ ຈັນທະລາວັນ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນທົບທວນຕີລາຄາຄືນການເຄື່ອນໄຫວ ວຽກງານກາແດງໃນທົ່ວປະເທດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ການສົນທະນາແລກປ່ຽນຄຳຄິດຄໍາເຫັນ ພ້ອມກັນຄົ້ນຄວ້າ, ສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກາແດງ ໃນໄລຍະ 01 ປີຜ່ານມາໃຫ້ເລິກເຊິ່ງ ເພື່ອຊອກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ ແລະ ຂໍ້ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂ ບົນພື້ນຖານຄວາມເປັນເອກະພາບທາງດ້ານທັດສະນະ, ແນວຄິດ ແລະ ຮັບຮອງເອົາທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານປີ 2026; ພ້ອມທັງຈະໄດ້ຄົ້ນຄວ້າ ແລະ ຮັບຟັງບົດຮຽນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ບາງແຂວງ, ບົດຮຽນການສົ່ງເສີມສຸຂະພາບຊຸມຊົນ, ການຄຸ້ມຄອງອາສາສະໝັກໃນວຽກງານກູ້ໄພສຸກເສີນ, ບົດຮຽນການປຸກລະດົມຂົນຂວາຍການບໍລິຈາກເລືອດ, ບົດຮຽນການຂົນຂວາຍແຫຼ່ງທຶນ ເພື່ອຊ່ວຍພັດທະນາອົງການກາແດງແຫ່ງຊາດລາວ ໃຫ້ກາຍເປັນອົງການທີ່ເຂັ້ມແຂງ ສາມາດປະຕິບັດວຽກງານຊ່ວຍເຫຼືອມະນຸດສະທຳ ທີ່ມີການເຂົ້າຮ່ວມຂອງສັງຄົມ ດ້ວຍຄວາມສະໝັກໃຈ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືງທາງໃຫ້ວຽກງານກາແດງມີການພັດທະນາຂະຫຍາຍຕົວຂື້ນໄປເລື້ອຍ




