ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ສ້າງ​ພະ​ລັງ​ຂັບ​ເຂື່ອນ​ທີ່​ແຂງ​ແຮງ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ

Feb 27, 2026

ໃນ​ຖາ​ນະເປັນ​​ບຸນ​ກຸ​ດ​ຈີນ​ຄັ້ງ​ທີ 2 ຫຼັງ​ຈາກທີ່​ບຸນ​ກຸດ​ຈີນໄດ້​​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກວັດ​ທະ​ນະ​ທຳ​ນາມມະທໍາ​ຂອງ​ອົງ​ການ​ອຸຍ​ແນັສ​ໂກ ສ​ປ​ຊ, ຕະຫຼາດ​ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ປີ​ນີ້​ສາ​ມາດ​ເວົ້າ​ໄດ້​ວ່າ​ “​ເຕັມ​ພະ​ລັງ​ຂັບ​ເຂື່ອນ​ຢ່າງ​ສຸດ​ຂີດ”.

ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ, ຈຳ​ນວນ​ຄົນ​ເດີນທາງ​ຂ້າມ​ເຂດ​ແຄວ້ນ​ໃນ​ທົ່ວ​ປະເທດຈີນ​ມີຫຼາຍກວ່າ 2,8 ຕື້​ເທື່ອ​ຄົນ, ສະ​ເລ່ຍ 311 ລ້ານ​ຄົນ​ຕໍ່​ມື້, ເພີ່ມ​ຂຶ້ນ 8,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ມູນ​ຄ່າ​ການ​ຈຳ​ໜ່າຍ​ສະ​ເລ່ຍ​ຕໍ່​ມື້​ຂອງວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ ແລະ ວິ​ສາ​ຫະ​ກິດ​ກິນ​ດື່ມ​ທີ່​ສຳ​ຄັນ​ຂອງ​ຈີນ​ເພີ່ມ​ຂຶ້ນ 5,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ອົງ​ການກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ​ໃນ​ທົ່ວ​ປະ​ເທດຈີນໄດ້​ກວດ​ກາ​ຄົນ​ເຂົ້າ-ອອກ​ເມືອງ 17.796.000 ເທື່ອ​ຄົນ, ສ​ະ​ເລ່ຍ 1.977.000 ເທື່ອ​ຄົ​ນຕໍ່​ມື້; ມູນ​ຄ່າ​ການ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ໃນ​ໄລ​ຍະ​ບຸນ​ກຸ​ດ​ຈີນມີຫຼາຍກວ່າ 5,7 ຕື້ຢວນ, ມູນ​ຄ່າ​ການ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ຂອງ​ຈີນ​ໃນ​ປີ 2026 (ລວມທັງການຂາຍປີ້ລ່ວງໜ້າ) ຈັດ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ເປັນ​ການ​ຊົ່ວ​ຄາວ……ຂໍ້​ມູນ​ທີ່​ຄຶກ​ຄື້​ນ​ດັ່ງ​ກ່າວ​ເປັນ​ການ​ເປີດ​ສາກ​ທີ່​ດີ​ໃຫ້​ແກ່​ປີ​ເລີ່ມ​ຕົ້ນ “ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15” ຂອ​ງ​ຈີນ.

ການ​ບໍ​ລິ​ໂພກ​ທີ່ຄຶກ​ຄື້​ນ​ເປັນ​ພິ​ເສດໃນ​ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ປີ​ນີ້​ ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ ແລະ ທ່າ​ແຮງ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ. ກອງ​ປະ​ຊຸມ​ວຽກ​ງານເສດຖະກິດ​ສູນ​ກາງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ຜ່ານ​ມາ​ໄດ້​ກຳ​ນົດ​ເອົາ “​ຍຶດ​ໝັ້ນ​ຄວາມ​ຕ້ອງ​ການ​ພາຍ​ໃນ​ເປັນ​ຕົວຂັບເຄື່ອນຕົ້ນຕໍ ແລະ ການສ້າງ​ຕະ ຫຼາດ​ພາຍ​ໃນ​ທີ່​ເຂັ້ມ​ແຂງ” ເປັນ​​ບຸ​ລິ​ມະ​ສິດ​ໃນ​ວຽກ​ງານ​ຈຸດ​ສຸມ​ຂອ​ງ​ປີ​ນີ້. ກ່ອນ​ບຸ​ນ​ກຸດ​ຈີນ, ກະ​ຊວງ​ການ​ຄ້າ​ຈີນ ແລະອົງ​ການ​ອື່ນໆ ລວມທັງໝົດ 9 ອົງ​ການ ໄດ້​ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ພິ​ເສດ “ຊື້​ເຄື່ອງ​ຢ່າງ​ມ່ວນ​ຊື່ນ​ໃນ​ບຸນ​ກຸດ​ຈີນ” 2026 ເພື່ອກະ​ຕຸ້ນ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ໂດຍ​ຜ່ານ​ມາດ​ຕະ​ການ​ຕ່າງໆ.

ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ປີ​ນີ້​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ ໄດ້​ເຮັດ​ໃຫ້​ໂລກ​ສຳ​ຜັດ​ກັບ​ພະ​ລັງ​ຂັບ​ເຄື່ອນ​ຂອງ​ເສດ​ຖະ​ກິດ​ຈີນ. ນັບ​ແຕ່​ຕົ້ນ​ປີ​ນີ້​ເປັ​ນ​ຕົ້ນ​ມາ, ອົງການຈັດຕັ້ງສາ​ກົນຫຼາຍ​ແຫ່ງ​ໄດ້​ປັບ​​ການ​ຄາດ​ຄະ​ເນ​ການເຕີບໂຕຂອງເສດ​ຖະ​ກິດ​ຈີນເພີ່ມຂຶ້ນ, ພ້ອມ​ທັງ​ກ່າວ​ວ່າ​ຈະຖືຄອງຊັບ​ສິນ​ຂອງ​ຈີນໃນສັດສ່ວນທີ່ສູງກວ່າປົກກະຕິ. ​ຍ້ອນ​ແນວ​ນັ້ນ, ໃນໄລຍະຜ່ານມາ, ວິ​ສາ​ຫະ​ກິດ ແລະ ອົງກອນ​ຕ່າງ​ປະ​ເທດຈຳ​ນວນຫຼວງຫຼາຍ​ ໄດ້ຕິດຕາມຜູ້​ນຳ​ຂອງ​ປະ​ເທດ​ຕົນເດີນທາງມາ​ຢ້ຽມ​ຢາມ​ຈີນດ້ວຍຄວາມກະຕືລືລົ້ນ ເພື່ອສ້າງຖານທີ່ໝັ້ນ​ລ່ວງ​ໜ້າ​ຢູ່​ຕະ​ຫຼາດ​ຈີນ.