ໃນໄລຍະພັກ 9 ວັນ ເພື່ອສະຫຼອງບຸນກຸດຈີນປີມະເມຍ ຫຼື ປີມ້າ 2026 ຄື: ລະຫວ່າງວັນທີ 15-23 ກຸມພານີ້ ເຊິ່ງເປັນປີທີ 2 ຂອງການສະຫຼອງບຸນກຸດຈີນ ພາຍຫຼັງໄດ້ຖືກຈົດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາຂອງອົງການອຸຍແນັສໂກ, ການເດີນທາງທ່ອງທ່ຽວເຂົ້າ ແລະ ອອກປະເທດຈີນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມີຄວາມຟົດຟື້ນເປັນພິເສດ.
ອີງຕາມຂໍ້ມູນຈາກອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນ ໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ອົງການກວດກາຄົນເຂົ້າ-ອອກເມືອງທົ່ວປະເທດຈີນ ໄດ້ກວດກາຄົນເຂົ້າ-ອອກເມືອງທັງພາຍໃນ ແລະ ຕ່າງປະເທດທັງໝົດ 17,796,000 ເທື່ອຄົນ, ສະເລ່ຍ 1,977,000 ເທື່ອຄົນຕໍ່ມື້, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ຕົວເລກສະເລ່ຍຕໍ່ມື້ໃນໄລຍະພັກບຸນກຸດຈີນປີ 2025. ຈຳນວນຄົນເຂົ້າ-ອອກເມືອງຫຼາຍທີ່ສຸດໃນວັນດຽວແມ່ນວັນທີ 21 ກຸມພາທີ່ມີເຖິງ 2,259,000 ເທື່ອຄົນ.

ໃນການເດີນທາງດັ່ງກ່າວ, ການເດີນທາງດ້ວຍລົດໄຟຂ້າມຊາຍແດນ ແມ່ນການເດີນ ທາງໜຶ່ງທີ່ໄດ້ຮັບຄວາມນິຍົມເປັນຢ່າງດີ ໂດຍສະເພາະແມ່ນລົດໄຟ ລາວ -ຈີນ ຈາກນະ ຄອນຄຸນໝິງຂອງຈີນ ຫາ ນະຄອນຫຼວງວຽງຈັນຂອງລາວທີ່ມີໄລຍະທາງລວມທັງໝົດ 1,035 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງປະມານ 10 ຊົ່ວໂມງ. ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນ 9 ວັນປີນີ້, ການ ທ່ອງທ່ຽວຂ້າມຊາຍແດນໂດຍຜ່ານເສັ້ນທາງລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມເປັນຢ່າງດີເພາະມີຜູ້ໂດຍສານຂ້າມຊາຍແດນເຖິງ 12,900 ເທື່ອຄົນ, ເພີ່ມຂຶ້ນ 41,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຜູ້ໂດຍສານຈາກລາວເຂົ້າຈີນຫຼາຍກວ່າ 6,300 ເທື່ອຄົນ, ເພີ່ມຂຶ້ນ 52,7%, ແລະ ຜູ້ໂດຍສານຈາກຈີນເຂົ້າລາວຫຼາຍກວ່າ 6,500 ເທື່ອຄົນ, ເພີ່ມຂຶ້ນ 32,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນໄລຍະພັກບຸນກຸດຈີນປີນີ້, ພາກສ່ວນທາງລົດໄຟລາວ-ຈີນ ຮ່ວມກັບດ່ານພາສີ ແລະ ພາກສ່ວນກວດກາຄົນເຂົ້າ-ອອກເມືອງ ໄດ້ນໍາໃຊ້ມາດຕະການເພື່ອອໍານວຍຄວາມ ສະດວກໃຫ້ແກ່ຜູ້ເດີນທາງຜ່ານລົດໄຟລາວ-ຈີນ ຫຼາຍກວ່າ 10 ລາຍການ, ທັງເປັນການຍົກລະດັບປະສົບການດ້ານການກວດກາຜ່ານດ່ານຂອງຜູ້ໂດຍສານຢ່າງຮອບດ້ານໃຫ້ດີຂຶ້ນກວ່າເກົ່າ.
ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດນໍາໃຊ້ຢ່າງເປັນທາງການໃນຕົ້ນເດືອນທັນວາ 2021 ແລະ ໃຫ້ບໍລິການໂດຍສານຂ້າມຊາຍແດນໃນເດືອນເມສາ ປີ 2023, ເສັ້ນທາງລົດ ໄຟດັ່ງກ່າວໄດ້ກາຍເປັນໜຶ່ງໃນຄວາມສໍາເລັດພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ຫຼື BRI” ທີ່ສາມາດເຊື່ອມຕໍ່ແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ: ນະຄອນຄຸນໜິງ, ກິ່ງແຂວງສິບສອງພັ່ນນາ, ນະຄອນຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນ, ລວມເຖິງສະຖານທີ່ທ່ອງທ່ຽວຕ່າງໆ ຫຼາຍກວ່າ 560 ແຫ່ງທີ່ຢູ່ເຂດລຽບທາງລົດໄຟດັ່ງກ່າວເຂົ້າຫາກັນ ກາຍ ເປັນເສັ້ນທາງຄຳສຳລັບການທ່ອງທ່ຽວຂ້າມຊາຍແດນ ເຊິ່ງມາຮອດປັດຈຸບັນມີຜູ້ໂດຍສານຫຼາຍກວ່າ 700,000 ຄົນທີ່ມາຈາກ 124 ປະເທດ ແລະ ເຂດແຄວ້ນໄດ້ໃຊ້ບໍລິການລົດໄຟດັ່ງກ່າວທ່ອງທ່ຽວຂ້າມຊາຍແດນ.

ມາຮອດປັດຈຸບັນ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງກັບກັບລົດໄຟລາວ-ຈີນ ໄດ້ປັບປຸງການບໍລິການຫຼາຍຢ່າງເພື່ອອໍານວຍຄວາມສະດວກໃຫ້ແກ້ຜູ້ໂດຍສານຜ່ານລົດໄຟດັ່ງກ່າວ ທັງການບໍລິການຕ່າງໆ ພາຍໃນລົດໄຟ, ການຈໍາໜ່າຍປີ້ໂດຍສານ, ການກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແລະ ອື່ນໆ ເຮັດໃຫ້ການເດີນທາງດ້ວຍລົດໄຟລາວ-ຈີນ ມີຄວາມສະດວກສະບາຍ ແລະ ປອດໄພດີ. ນອກນີ້ ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ໃຫ້ຮູ້ວ່າ: ຕະຫຼອດເດືອນມີນາປີນີ້ ເສັ້ນທາງລົດໄຟ ລາວ-ຈີນ ຈະເພີ່ມລົດໄຟອີກ 2 ຄູ່ຂະບວນໃນທຸກວັນສຸກ ຫາວັນຈັນ ເພື່ອຮອງຮັບຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະນະດຽວກັນ ຝ່າຍລາວຢືນຢັນວ່າ ຈຸດກວດກາຄົນເຂົ້າເມືອງແບບດ່ວນສຳລັບຜູ້ໂດຍສານລົດໄຟທີ່ທ່ານາແລ້ງຈະຍັງເປີດໃຫ້ບໍລິການເພື່ອຫຼຸດເວລາການຜ່ານດ່ານໃຫ້ເຫຼືອຕ່ຳກວ່າ 10 ນາທີ ເຊິ່ງນີ້ຈະກາຍ ເປັນອີກແຮງຂັບເຂື່ອນສໍາຄັນທີ່ຊຸກຍູ້ໃຫ້ການບໍລິການຂອງລົດໄຟລາວ-ຈີນ ນັບມື້ດີຂຶ້ນ ແລະ ດຶງດູດຜູ້ໂດຍສານເຂົ້າມາໃຊ້ບໍລິການນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດ ໃຫ້ຮູ້ວ່າ: ການຂົນສົ່ງທາງລົດໄຟທົ່ວປະເທດຈີນໃນໄລຍະພັກບຸນກຸດຈີນ 2026 ມີທັງໝົດ 121 ລ້ານຄົນ ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ການຂົນສົ່ງໄດ້ດໍາເນີນໄປຢ່າງສະດວກ ແລະ ປອດໄພດີ. ຈາກຜົນສໍາເລັດດັ່ງກ່າວ, ແນ່ນອນວ່າປາສະຈາກບໍ່ໄດ້ຈາກການປະກອບສ່ວນຂອງເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ເສີມຂະຫຍາຍບົດບາດສໍາຄັນຂອງຕົນເຂົ້າໃນການຂົນສົ່ງ ກໍຄື ການຂັບເຄື່ອນການທ່ອງທ່ຽວໃນໄລຍະບຸນກຸດຈີນ ດ້ວຍຄວາມຟົດ ຟື້ນກວ່າປີຜ່ານມາ, ແລະ ເຊື່ອແນ່ວ່າໃນຕໍ່ໜ້າເສັ້ນທາງລົດໄຟດັ່ງກ່າວທີ່ໄດ້ສອດຫ້ອຍແຫຼ່ງທ່ອງທ່ຽວຕ່າງໆ ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍແຫ່ງທັງລາວ ແລະ ຈີນ ຈະກາຍເປັນ “ທາງລົດໄຟການທ່ອງທ່ຽວ” ລະດັບໂລກທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ເຊິ່ງຈະນໍາເອົາຜົນປະໂຫຍດມາໃຫ້ບໍ່ສະເພາະສອງປະເທດ ລາວ-ຈີນ ເທົ່ານັ້ນ ຍັງແຜ່ຂະຫຍາຍໄປຮອດພາກພື້ນອາຊີຕາເວັນອອກສຽງໃຕ້, ແລະ ທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ແມ່ນເສັ້ນທາງຄຳທີ່ເຊື່ອມຕໍ່ຈີນກັບອາຊຽນເທົ່ານັ້ນ, ຫາກຍັງແມ່ນເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງຄວາມສຸກອີກດ້ວຍ.
ໂດຍ: BT ວສລ


