ໃນໂອກາດ ເຂົ້າຮ່ວມກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານກາແດງທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນຕອນແລງວັນທີ 26 ກຸມພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການກາແດງແຫ່ງຊາດ ຕ້ອງໄດ້ເອົາໃຈໃສ່ ແລະ ເພີ່ມທະວີນຳພາຢ່າງຮອບດ້ານ ໂດຍສະເພາະ ຄະນະນໍາອົງການກາແດງແຫ່ງຊາດລາວ ແຕ່ລະຂັ້ນຕ້ອງສືບຕໍ່ ແລະ ເປັນເຈົ້າການນໍາພາແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ກໍຄື ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເຂົ້າສູ່ຊີວິດຕົວຈິງໃນການປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄື ທິດທາງແຜນການ ແລະ ບັນດາຄາດໝາຍສູ້ຊົນຂອງອົງການກາແດງແຫ່ງຊາດທີ່ວາງໄວ້; ຮັບປະກັນໃຫ້ສາມາດເຂົ້າເຖິງ, ມີຄວາມໂປ່ງໃສ ແລະ ກວດສອບໄດ້ຢ່າງເປັນລະບົບ ໃຫ້ສາມາດຂັບເຄື່ອນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າການ, ມີຄວາມສາ ມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຕາມທິດ “ຫັນເປັນມືອາຊີບ”.
ພ້ອມທັງເອົາໃຈໃສ່ພັດທະນາວຽກງານວິຊາສະເພາະ ຂອງອົງການກາແດງແຫ່ງຊາດລາວ ໃຫ້ມີຄວາມເຂັ້ມ ແຂງ. ໃນນີ້, ຕ້ອງໄດ້ເພີ່ມທະວີການມີສ່ວນຮ່ວມຂອງສັງຄົມໃຫ້ກວ້າງຂວາງ, ຍົກບົດບາດຂອງອົງການກາແດງແຫ່ງຊາດລາວໃຫ້ສູງຂຶ້ນ, ພົ້ນເດັ່ນກວ່າເກົ່າ ເປັນຕົ້ນ ໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດໜ້າທີີ່ຂອງອົງການກາ ແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນທົ່ວສັງຄົມ ໂດຍສະເພາະ ແມ່ນການຊ່ວຍເຫລືອບັນເທົາທຸກເບືື້ອງຕົ້ນ, ການປຸກລະດົມບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ການສົົ່ງເສີມສຸຂະພາບຂັ້ນພື້ນຖານຢູ່ຊຸມຊົນ, ວຽກງານຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ໄພພິບັດ, ການຊ່ວຍກູ້ໄພສຸກເສີນ ຊຶ່ງແມ່ນວຽກງານມະນຸດສະທໍາທີ່ສໍາຄັນທີີ່ສຸດ ແລະ ແມ່ນສິດທິພື້ນຖານຂອງມະນຸດທີ່ຈະຕ້ອງໄດ້ຮັບການເອົາໃຈໃສ່ເບິ່ງແຍງ; ສືບຕໍ່ປັບປຸງກົດໝາຍວ່າດ້ວຍວຽກງານກາແດງລາວ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ໃຫ້ເປັນນິຕິກໍາທີ່ຈະຊ່ວຍໃຫ້ອົງການກາແດງແຫ່ງຊາດລາວ ສາມາດປະຕິບັດໜ້າທີ່ຕາມພາລະບົດບາດໃຫ້ປະສົບຜົນສໍາເລັດທີ່ໃຫຍ່ຫລວງກວ່າເກົ່າ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ.

ກ່ຽວກັບງົບປະມານຮັບໃຊ້ການເຄື່ອນໄຫວວຽກງານກາແດງ ກໍຕ້ອງໄດ້ຮັບປະກັນໃຫ້ມີງົບປະມານໃຫ້ສາ ມາດເຄື່ອນໄຫວຕາມພາລະບົດບາດຂອງອົງການກາແດງແຫ່ງຊາດລາວ ໂດຍໃຫ້ສົມທົບກັບບັນດາພາກສ່ວນ ກ່ຽວ ຂ້ອງ ໃນການຈັດສັນງົບປະມານທີ່ຈໍາເປັນ ເພື່ອສາມາດຊ່ວຍເຫລືອຮີບດ່ວນທາງດ້ານວັດຖຸ ແລະ ຈິດໃຈ ຂັ້ນພື້້ນຖານໃຫ້ ແກ່ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ, ຜູ້ເຈັບເປັນ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍດ້ອຍໂອກາດ, ກໍາພ້າ, ກໍາພອຍ, ຄົນພິການ ລວມທັງແມ່ຍິງ, ເດັກນ້ອຍ ແລະ ຜູ້ທີ່ຢູ່ຫ່າງໄກສອກຫລີກ, ປຸກລະດົມຂົນຂວາຍຍາດແຍ່ງເອົາການຊ່ວຍເຫລືອຈາກພາຍໃນ ແລະ ພາຍນອກ ກໍຄື ເພື່ອນມິດ ແລະ ສາກົນ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮັບປະ ກັນຄວາມໂປ່ງໃສ, ນຳໃຊ້ຖືກກັບເປົ້າໝາຍ ເພື່ອແບ່ງເບົາງົບປະມານຂອງລັດ. ວຽກງານປຸກລະດົມຂົນຂວາຍການບໍລິຈາກເລືອດແບບສະໝັກໃຈ ບໍໍ່ຫວັງສິ່ງຕອບແທນ ແມ່ນເປັນວຽກທີ່ສໍາຄັນ ແລະ ຂາດບໍໍ່ໄດ້ຢູ່ໃນສັງຄົມ, ຖ້າບໍໍ່ມີເລືອດພຽງພໍ ກໍໍບໍໍ່ສາມາດຊ່ວຍເຫລືອກອບກູ້ຊີວິດຂອງຄົນເຈັບ ທີ່ຕ້ອງການເລືອດ. ສະນັ້ນ, ທຸກຂະແໜງການ, ທຸກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງໄດ້ເປັນເຈົ້າການ ຮ່ວມກັນ ໂຄສະນາປຸກລະ ດົມຂົນຂວາຍໃຫ້ມີຜູ້ບໍລິຈາກເລືອດແບບສະໝັກໃຈ ບໍໍ່ຫວັງສີ່ງຕອບແທນໃຫ້ນັບມື້ຫລຂຶ້ນ, ປູກຈິດສໍານຶກໃຫ້ເຍົາ ວະຊົນ, ຊາວໜຸ່ມ ໃຫ້ຮັບຮູ້ ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງການບໍລິຈາກເລືອດແບບສະໝັກໃຈ ແລະ ສິ່ງສຳຄັນ ຕ້ອງມີນະໂຍບາຍຕໍໍ່ຜູ້ມີຜົນງານໃນການປຸກລະດົມຂົນຂວາຍເລືອດ ແລະ ຜູ້ມາບໍລິຈາກເລືອດຫລາຍຄັ້ງ ບໍໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ ເພື່ອເປັນແຮງຈູງໃຈໃຫ້ຜູ້ຄົນມາບໍລິຈາກເລືອດຫລາຍຂຶ້ນ ແລະ ສາມາດສະໜອງໃຫ້ແກ່ຄົນເຈັບທີ່ຕ້ອງການເລືອດໃຫ້ພຽງພໍ ແລະ ໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ໃນແຕ່ລະປີ; ສືບຕໍ່ເສີມຂະຫຍາຍການພົວພັນ ແລະ ຮ່ວມມືກັບສາກົນໃຫ້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະກັບອົງການກາແດງຂອງປະເທດເພື່ອນມິດຍຸດທະສາດ, ບັນດາອົງການກາແດງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍ, ຍາດແຍ່ງການຊ່ວຍເຫລືອ ຕາມລະບຽບຫລັກການ ແລະ ຕາມທິດທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາອົງການກາແດງແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດຕາມພາລະບົດບາດ ໃນ 9 ໜ້າວຽກ ຢ່າງມີປະສິດທິພາບ, ປະສີດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເພື່ອຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ຕ້ອງໄດ້ສູ້ຊົນຂົນຂວາຍສະມາຊິກ, ອາສາສະໝັກກາແດງ ໃຫ້ຫລາຍຂຶ້ນ ແລະ ເຊື້ອເຊີນເອົາຜູ້ຊົງຄຸນວຸທິທີ່ສະໝັກໃຈເຮັດວຽກເພື່ອສັງຄົມ ໂດຍບໍໍ່ຮຽກຮ້ອງສິ່ງຕອບແທນ ມາຮ່ວມເຄື່ອນໄຫວວຽກງານກາແດງຕາມພາລະບົດບາດວຽກງານມະນຸດສະທໍາຂອງອົງການກາແດງແຫ່ງຊາດລາວ.


